ສື່ລາຍງານ ສະເປີ ບໍ່ສົນໃຈດຶງ ເບລ ຮ່ວມທີມຮອບສາມ ເຖິງຈະໄດ້ຟຣີກໍ່ຕາມ

ແກເຣັດ ເບລ ຍັງຄົງກາຍເປັນສ່ວນເກີນຂອງ ເຣອັນ ມາດຣິດ ຢ່າງຕໍ່ເນື່ອງ ຫລັງບໍ່ຄ່ອຍໄດ້ຮັບໂອກາດລົງສະຫນາມໃນລະດູການ 2021-22 ຂະນະທີ່ ຄາໂລ ອັນເຊລັອດຕິ ຜູ້ຈັດການທີມຊາວອີຕາລີກໍຢືນຢັນຈະແຈ້ງວ່າ ປີກຊາວທີມຊາດເວລ ອາຍຸ 32 ປີ ຈະເກັບເຄື່ອງຂອງອອກຈາກທີມຢ່າງແນ່ນອນ ຫລັງຫມົດສັນຍາໃນລະດູການນີ້.
ເຖິງວ່າຈະມີຂ່າວລືຕ່າງໆຫລາຍຢ່າງ ແຕ່ຫລ້າສຸດ ອະລິສແຄ ໂກລ ນັກຂ່າວຊື່ດັງຈາກເວັບໄຊ football.london ຢືນຢັນວ່າ ທັອດແນມ ຮັອດສະເປີ ບໍ່ມີແຜນທີ່ຈະຄວ້າ ແກເຣັດ ເບລ ກັບຄືສູ່ທີມເປັນຮອບທີ 3 ຢ່າງແນ່ນອນ ເຖິງວ່າຈະເປັນການເຊັນສັນຍາບໍ່ມີຄ່າຕົວກໍຕາມ.
ລາຍງານລະບຸວ່າ ອັນໂຕນີໂອ ຄອນເຕ ຕ້ອງການສ້າງທີມສະເປີສາຍເລືອດໃຫມ່ ດ້ວຍຂຸມກຳລັງນັກເຕະຫນຸ່ມນ້ອຍ ແລະ ດານຽລ ເລວີ ປະທານສະໂມສອນ ກໍບໍ່ມີນະໂຍບາຍທີ່ຈະເຊັນສັນຍາກັບນັກເຕະທີ່ມີອາຍຸເກີນ 30 ປີເຊ່ັນດຽວກັນ.
ສຳລັບ ແກເຣັດ ເບລ ເຄີຍຍ້າຍມາຮ່ວມທີມສະເປີ 2 ຮອບກ່ອນຫນ້ານີ້ ຍິງໄປ 71 ປະຕູຈາກການລົງສະຫນາມທັງຫມົດ 237 ນັດ.

