ເຜີຍແຜ່ຜົນຮ້າຍການຄ້າມະນຸດ ທີ່ຂົວມິດຕະພາບ ລາວ-ໄທ 1

ໃນວັນທີ 3 ສິງຫາ ນີ້, ກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ແລະ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ລົງໂຄສະນາ ຜົນຮ້າຍຈາກການຄ້າມະນຸດ ຢູ່ດ່ານສາກົນຂົວມິດຕະພາບລາວ-ໄທ1 ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມຂອງທ່ານ ພັທ ຈັນເພັດ ໄຊສົມບູນ ຮອງຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ມີບັນດາພະນັກງານ ແລະຜູ້ທີ່ມາໃຊ້ບໍລິການຕ່າງໆເຂົ້າຮ່ວມຮັບຟັງຢ່າງຫຼວງຫຼາຍ.
ທ່ານ ຮອງຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ກ່າວວ່າ: ການລົງເຜີຍແຜ່ຄັ້ງນີ້ ເພື່ອຢາກໃຫ້ປະຊາຊົນ ແລະ ພາກສວນທີ່ກ່ຽວຂ້ອງຮູ້ ແລະ ເຂົ້າໃຈ ຕໍ່ກັບວຽກງານການຄ້າມະນຸດ ເຊິງແມ່ນອາຊະຍາກຳໜຶ່ງທີ່ຮ້າຍແຮງ ແລະ ໄດ້ລະເມີດສິດທິພື້ນຖານຂອງພົນລະເມືອງຕາມທີ່ກຳເນີດໄວ້ໃນລັດທະທຳມະນູນ ແລະ ກົດໝາຍ, ຊຶ່ງຜ່ານມາມີຫຼາຍຄົນ ທີ່ຕົກເປັນຜູ້ເຄາະຮ້າຍຈາກການຄ້າມະນຸດ ຖືກບັງຄັບຂູດຮີດໃຫ້ອອກແຮງງານ, ຂາຍບໍລິການທາງເພດ ແລະ ອື່ນໆ. ເພື່ອໃຫ້ມວນຊົນທົ່ວໄປ,ພະນັກງານ ແລະ ຜູ້ເຂົ້າມາໃຊ້ບໍລິການໃນດ່ານຂົວມິດຕະພາບແຫ່ງນີ້ ໃຫ້ມີສະຕິ, ຕື່ນຕົວໃນການປ້ອງກັນ, ສະກັດກັ້ນ ແລະຕ້ານການຄ້າມະນຸດ.
ນອກນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຊົມວິດີໂອພາບສະທ້ອນດ້ານລົບ ໃນການຄ້າມະນຸດ ທີ່ເຈົ້າໜ້າທີ່ນຳມາເຜີຍແຜ່ ເປັນຕົ້ນແມ່ນສາລະຄະດີ ທີ່ເຈົ້າໜ້າທີ່ລົງມ້າງ ແລະ ກັກຕົວຜູ້ກະທຳຜິດມາດຳເນີນຄະດີ ພ້ອມທັງສະພາບສະທ້ອນເຖິງຈິດໃຈຂອງຜູ້ຖືກເຄາະຮ້າຍ ໃນການກັບຄືນສູ່ສັງຄົມ ແລະ ຄອບຄົວ.

