ສາເຫດລົດຕໍາປ້ອມຕໍາຫຼວດສີ່ແຍກໄຟແດງຫໍປະຊູມແຫ່ງຊາດ ຍ້ອນຂັບຂີ່ໄວເກີນກຳນົດ

ເວລາ 00:05 ໂມງ ວັນທີ 16 ກຸມພາ 2022 ຢູ່ໄຟອໍານາດ 4 ແຍກຫໍປະຊຸມແຫ່ງຊາດ ຖະໜົນໄກ ສອນ ພົມວິຫານ ນວ ໄດ້ເກີດອຸບັດຕິເຫດ ລົດເກັງສີເທົາ ບໍ່ຕິດປ້າຍທະບຽນ ແລ່ນດ້ວຍຄວາມໄວເສຍຫຼັກ ຕໍາປ້ອມຕໍາຫຼວດຈະລາຈອນ ນວ ເຮັດໃຫ້ຜູ້ຂັບຂີ່ ໄດ້ຮັບບາດເຈັບສົມຄວນ.
ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນວ ໃຫ້ຮູ້ວ່າ:

ພາຍຫຼັັງໄດ້ຮັບແຈ້ງມີອຸບັດຕິເຫດ ລົດເກັງຕໍາປ້ອມຕໍາຫຼວດ ຈະລາຈອນ ນວ ຢູ່ຈຸດໄຟອໍານາດຫໍປະຊຸມແຫ່ງຊາດ ຈຶ່ງໄດ້ລົງກວດກາຊັນນະສູດ ວັດແທກເກັບກໍາຂໍ້ມູນ ສະຖານທີ່ເກີດເຫດ ຊາບຊື່ຜູ້ຂັບຂີ່ລົດ ຊື່ ທ້າວ ຈັນທະຄານ ອາຍຸ 28 ປີ ກໍາມະກອນ ຢູ່ບ້ານທາດຫຼວງໃຕ້ ເມືອງໄຊເສດຖາ ນວ ຂັບຂີ່ລົດມາແຕ່ເຂດ ບ້ານພະຂາວ -ໂຮງແຮມໂກສໂມ້ ຫາໄຟອໍານາດໂພນພະເນົາ ໃນຄວາມໄວເກີນກຳນົດ.

ພໍຮອດຈຸດເກີດເຫດ ໄດ້ເສຍຫຼັກຕໍາປ້ອມຕໍາຫຼວດຈະລາຈອນ ນວ ເຮັດໃຫ້ຜູ້ຂັບຂີ່ ບາດເຈັບສົມຄວນ ແລະ ຖືກນໍາສົ່ງປິ່ນປົວຢູ່ໂຮງໝໍມິດຕະພາບ 150 ຕຽງ; ສ່ວນປ້ອມຕໍາຫຼວດຈະລາຈອນ ແລະ ພາຫະນະຂອງຜູ້ຂັບຂີ່ ເປ່ເພເສຍຫາຍຫຼາຍສົມຄວນ.

ປັດຈຸບັນ ຍັງຢູ່ຂັ້ນຕອນເກັບກໍາຂໍ້ມູນຫຼັກຖານຂອງ ພະແນກຕໍາຫຼວດ ຈະລາຈອນ ນວ.