ອຸຕຸເຕືອນວັນທີ 5-6 ສິງຫານີ້ຈະມີຝົນຈະຕົກເພີ່ມຂຶ້ນ
ກົມອຸຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 5-6 ສິງຫານີ້, ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງເພີ່ມຂຶ້ນພັດປົກຄຸມຢູ່ທົ່ວທຸກພາກຂອງລາວ, ຊຶ່ງຍັງຈະເຮັດໃຫ້ມີຝົນຕົກຟ້າຄະນອງໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ຈະຕົກໜັກຢູ່ບາງທ້ອງຖິ່ນແຂວງພາກກາງຫາພາກເໜືອຄື: ພາກເໜືອດ້ານຕາເວັນອອກ: ຈະມີຝົນຕົກໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກ, ພ້ອມມີລົມພັດແຮງຕື່ມອີກ, ອຸນຫະພູມຕ່ຳສຸດ 20-22 ອົງສາ ແລະ ສູງສຸດ 31-33 ອົງສາ; ພາກເໜືອດ້ານຕາເວັນຕົກ: ຍັງຈະມີຝົນຕົກໃນລະດັບຄ່ອຍຫາປານກາງ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນຕື່ມອີກ, ອຸນຫະພູມຕ່ຳສຸດ 20-22 ອົງສາ ແລະ ສູງສຸດ 33-35 ອົງສາ; ນະຄອນ ຫລວງວຽງຈັນ: ຍັງຈະມີຝົນຕົກໃນລະດັບຄ່ອຍ ຫາຕົກປານກາງ, ອຸນຫະພູມຕ່ຳສຸດ 23-25 ອົງສາ ແລະ ສູງສຸດ 33-35 ອົງສາ; ພາກກາງ: ຍັງຈະມີຝົນຕົກໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ອຸນຫະ ພູມຕ່ຳສຸດ 21-23 ອົງ ສາ ແລະ ສູງສຸດ 33-35 ອົງສາ; ພາກໃຕ້: ຍັງຈະມີຝົນຕົກໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 21-23 ອົງສາ ແລະ ສູງສຸດ 31-33 ອົງສາ. ດັ່ງນັ້ນ ຈຶ່ງເຕືອນເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນຈົ່ງມີສະຕິໃນການສັນຈອນ, ໂດຍສະເພາະຜູ້ທີ່ຈະເດີນທາງໄປພາກເໜືອ ແລະ ຈະເກີດມີນ້ຳຖ້ວມຊຸ, ນ້ຳຖ້ວມອັ່ງ ແລະ ດິນເຊາະເຈື່ອນໃນໄລຍະນີ້, ພ້ອມທັງຕິດຕາມການລາຍງານຂ່າວອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປົກກະຕິ.
