ຂົວນ້ຳຕົງ ບ້ານນາທອງ ເມືອງເຟືອງ ແຂວງວຽງຈັນ ໄດ້ຮັບການສ້ອມແປງແລ້ວ

ພາຍຫລັງມີການລາຍງານຂອງສັງຄົມຜ່ານສື່ອອນລາຍຕໍ່ກໍລະນີຂົວນ້ຳຕົງ ຢູ່ເສັ້ນທາງເລກທີ 4501 ບ້ານນາທອງ ເມືອງເຟືອງ ແຂວງວຽງຈັນ ເປ່ເພບາງຈຸດໃນວັນທີ  15 ກຸມພາ 2022 ແລະ ມື້ຖັດມາຄືວັນທີ 16 ກຸມພາ 2022, ຫ້ອງການ ຍທຂ ເມືອງ ໄດ້ສົມທົບກັບບໍລິສັດຮັບເໝົາກໍ່ສ້າງ ໄດ້ສ້ອມແປງສຳເລັດແລ້ວສາມາດສັນຈອນໄປມາໄດ້ສະດວກ ແລະ ເປັນປົກກະຕິ. ແນວໃດກໍດີຂໍໃຫ້ການສ້ອມແປງໄດ້ມາດຖານ ເພື່ອຮັບປະກັນຄວາມປອດໄພໃນການສັນຈອນໄປມາຫລາຍກວ່າເກົ່າ

ຂົວນີ້ຢູ່ໃນຄວາມຮັບຜິດຊອບຂອງສັັນຍາການກໍ່ສ້າງທາງປູຢາງ 2 ຊັ້ນ ແຕ່ເມືອງຫີນເຫີບ-ເມືອງຊະນະຄາມ ໂດຍການກໍ່ສ້າງຂົວໃໝ່ຈະເລີ່ມໃນຊຸມປີຕໍ່ໄປອິງຕາມແຜນງົບປະມານຂອງລັດແຕ່ລະປີ.

ไม่มีคำอธิบาย