ກຸ່ມຄົນບໍ່ດີລັກລອບຂຸດເຈາະ ພຣະເຈົ້າໃຫຍ່ເມືອງເກົ່າສຸວັນນະໂຄມຄຳ ຍັງບໍ່ສາມາດຈັບໄດ້ເທື່ອ

ວັນທີ 14 ກຸມພາ 2022 ຜ່ານມາ, ທ່ານ ແສງເງິນ ອຳພອນໄຊ ຮັກສາການຫົວໜ້າຫ້ອງການຖວທ ເມືອງ ຕົ້ນເຜິ້ງ ພ້ອມດ້ວຍພະນັກງານວິຊາການ ແລະ ຫ້ອງການທີ່ກ່ຽວຂ້ອງ ໄດ້ລົງກວດກາສະພາບຄວາມເສຍຫາຍຂອງພຣະພຸດທະຮູບໃຫຍ່ເມືອງເກົ່າສຸວັນນະໂຄມຄຳ ທີ່ມີຄົນຮ້າຍໄປລັກເຈາະຄົ້ນຫາສິ່ງມີຄ່າຢູ່ພາຍໃນພຣະພຸດທະຮູບອົງດັ່ງກ່າວ ພົບຈຸດຖືກຂູດເຈາະຕາມບໍລິເວນກົກຂາເບື່ອງຂວາ, ບໍລິເວນຫລັງຖືກເຈາະເປັນຮູທະລຸໃສ່ໜ້າເອິກ.
ບໍລິເວນໃຈພະເຈົ້າທີ່ຖືກກຸ່ມຄົນບໍ່ດີເຈາະເອົາຂອງມີຄ່າມາກ່ອນໜ້ານີ້ຫລາຍສີບປີແລ້ວ ແລະ ບາງສ່ວນຂອງພະໜັງດ້ານຫລັງອົງພຣະພຸດທະຮູບຖືກຂຸດເຈື່ອນພັງລົງມາ. ສຳລັບກຸ່ມຄົນບໍ່ດີທີ່ລັກລອບຂຸດເຈາະພຣະຮູບອົງດັ່ງກ່າວ ທາງຫ້ອງການ ຖວທ ເມືອງ ແລະ ອຳນາດການປົກຄອງບ້ານ, ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ສາມາດຕິດຕາມຈັບກຸມຕົວໄດ້ເທື່ອ.


