ຕາມການລາຍງານຂອງຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ປີ 2021 ເມືອງແກ່ນທ້າວ ໄດ້ສົ່ງສິນຄ້າອອກໄປຕ່າງປະເທດ 228.960 ໂຕນ ມູນຄ່າ 26.122.000 ກວ່າໂດລາສະຫະລັດ ທຽບໃສ່ແຜນການປີເພີ່ມຂຶ້ນ 39%. ໃນນີ້, ມັນຕົ້ນແຫ້ງ 206.500 ໂຕນ ມູນຄ່າ 22.715.500 ໂດລາ, ສາລີ 14.000 ກວ່າໂຕນ ມູນຄ່າ 1.688.400 ໂດລາ, ໝາກເດືອຍ 3.140 ກວ່າໂຕນ ມູນຄ່າ 787.000 ກວ່າໂດລາ, ຖົ່ວດິນ 180 ກວ່າໂຕນ ມູນຄ່າ 55.800 ໂດລາ, ຖົ່ວແດງ 850 ກວ່າໂຕນ ມູນຄ່າ 367.650 ໂດລາ, ໝາກງາ 600 ກວ່າໂຕນ ມູນຄ່າ 453.750 ໂດລາ, ແກ່ນສາລີ 3.400 ໂຕນ ມູນຄ່າ 34.000 ໂດລາ, ໝາກແຕງດອງ 190 ກວ່າໂຕນ ມູນຄ່າ 11.520 ໂດລາ, ຫຍ້າລູຊີ 9 ໂຕນ ມູນຄ່າ 9.000 ໂດລາ.
ພ້ອມນີ້, ຍັງໄດ້ນໍາເຂົ້າສິນຄ້າຈາກຕ່າງປະເທດ ມູນຄ່າ 55.624.000 ກວ່າໂດລາ ທຽບໃສ່ແຜນການປີປະຕິບັດໄດ້ 5,71%. ປະກອບມີ, ນໍ້າມັນເຊື້ອໄຟ 84.698.000 ກວ່າໂຕນ ມູນຄ່າ 49.974.000 ກວ່າໂດລາ, ພາຫະນະ 14 ໂຕນ ມູນຄ່າ 518.300 ກວ່າໂດລາ, ຊິ້ນສ່ວນອາ ໄຫຼ່ 39.000 ກວ່າໂຕນ ມູນຄ່າ 293.000 ກວ່າໂດລາ, ເຄື່ອງກໍ່ສ້າງ 6.865.000 ກວ່າໂຕນ ມູນຄ່າ 1.852.000 ກວ່າໂດລາ, ເຄື່ອງໄຟຟ້າ 1.900 ກວ່າໂຕນ ມູນຄ່າ 217.000 ກວ່າໂດລາ, ເຄື່ອງອຸປະໂພກ 5.685.000 ກວ່າໂຕນ ມູນຄ່າ 2.768.000 ກວ່າໂດລາ ແລະ ໃນປີ 2022 ເມືອງແກ່ນທ້າວ ມີແຜນສົ່ງສິນຄ້າອອກຕ່າງປະເທດ ມູນຄ່າ 30.000.000 ກວ່າໂດລາ ແລະ ນໍາເຂົ້າຈາກຕ່າງປະເທດ 470.600.000 ກວ່າໂດລາ.