ນາຍົກລັດຖະມົນຕີການາດາສົ່ງສັນຍານ ກຽມປະກາດສະຖານະການສຸກເສີນ ເພີ່ມອຳນາດລັດໃນການຢຸດຜູ້ຊຸມນຸມ

ການາດາປະກາດສະຖານະການສຸກເສີນທົ່ວປະເທດເພື່ອຢຸດຜູ້ຊຸມນຸມປິດຖະໜົນ ແລະ ຈຸດຂ້າມແດນ ໃຫ້ອຳນາດລັດໃນການອອກມາດຕະການຕ່າງໆທີ່ຈຳເປັນເພີ່ມຂຶ້ນ.

ວັນທີ 14 ກຸມພາ 2022, ສະຖານີຂ່າວ CBC ຂອງການາດາລາຍງານວ່າ: ນາຍົກລັດຖະມົນຕີ ຈັສຕິນ ທຣູໂດ ກຳລັງຈະປະກາດສະຖານະການສຸກເສີນທົ່ວປະເທດເປັນຄັ້ງທຳອິດໃນປະຫວັດສາດ ເພື່ອເພີ່ມອຳນາດໃຫ້ລັດຖະບານກາງໃນການຮັບມືຜູ້ຊຸມນຸມທີ່ປະທ້ວງມາດຕະການຄວບຄຸມພະຍາດໂຄວິດ-19.

ນາຍົກລັດຖະມົນຕີ ທຣູໂດ ກ່າວລະຫວ່າງການຖະແຫລງຂ່າວວ່າ: ເປັນທີ່ແນ່ນອນແລ້ວວ່າ ທາງເຈົ້າໜ້າທີ່ຕ້ອງພົບຄວາມທ້າທາຍຫລາຍໃນການຈະບັງຄັບໃຊ້ກົດໝາຍຢ່າງມີປະສິດທິພາບ, ການປິດຖະໜົນເຮັດໃຫ້ເກີດຄວາມເສຍຫາຍຕໍ່ເສດຖະກິດ ແລະ ອາດເປັນອັນຕະລາຍຕໍ່ສາທາລະນະ, ເຮົາບໍ່ສາມາດປ່ອຍໃຫ້ມີການເຮັດຜິດກົດໝາຍ ແລະ ດຳເນີນກິດຈະກຳຕ່າງໆທີ່ອັນຕະລາຍໄດ້ອີກຕໍ່ໄປ.

ຕາມລາຍງານລະບຸວ່າ: ທາງລັດຖະບານການາດາຈະເຂົ້າໄປແກ້ໄຂຈຸດສຳຄັນ ເຊັ່ນຈຸດຂ້າມແດນ ແລະ ສະໜາມບິນ ໂດຍການປະກາດສະຖານະການສຸກເສີນຈະຊ່ວຍໃຫ້ລັດຖະບານສາມາດເອົາລົດຍົກເຂົ້າມາເອົາຍານພາຫະນະທີ່ປິດກັ້ນຖະໜົນອອກໄດ້.

ນາຍົກລັດຖະມົນຕີ ທຣູໂດ ກ່າວອີກວ່າ: ທາງລັດຖະບານຈະອອກມາດຕະການສະເພາະຈຸດທີ່ຈຳເປັນເທົ່ານັ້ນ ແລະ ຈະມີການຈຳກັດເວລາຂອງມາດຕະການຕ່າງໆທີ່ອອກມານຳ.

ນອກຈາກນີ້, ທາງລັດຖະບານການາດາຍັງສາມາດລະງັບແພກຟອມທີ່ໃຊ້ລະດົມທຶນເພື່ອສະໜັບສະໜູນການປະທ້ວງໄດ້ ໂດຍຈະມີຜົນກັບບັນຊີສ່ວນບຸກຄົນ ແລະ ບັນຊີຂອງບໍລິສັດ.

ການຊຸມນຸມໃນການາດາໄດ້ດຳເນີນເຂົ້າສູ່ອາທິດທີ 3 ແລ້ວ ຍັງມີຜູ້ຊຸມນຸມຫລາຍຮ້ອຍຄົນປັກຫລັກຢູ່ໃນນະຄອນຫລວງອອດຕາວາ ເຊິ່ງເປັນເມືອງຫລວງ. ຂະນະດຽວກັນກໍໄດ້ມີຜູ້ຊຸມນຸມກະຈາຍໄປຕາມຈຸດຕ່າງໆທີ່ເປັນຈຸດຂ້າມແດນໄປອາເມລິກາ ຈົນເຮັດໃຫ້ເກີດບັນຫາດ້ານການຂົນສົ່ງສິນຄ້າ.

ມີບໍລິສັດຜະລິດລົຍຍົນຈຳນວນໜຶ່ງອອກມາເປີດເຜີຍເຖິງຄວາມຊັກຊ້າໃນການຜະລິດ ໂດຍບາງສ່ວນເຖິງຂັ້ນບໍ່ສາມາດເດີນສາຍຜະລິດໄດ້ ເນື່ອງຈາກບໍ່ໄດ້ຮັບຊິ້ນສ່ວນຕາມເວລາທີ່ກຳນົດ.

ອ້າງອີງ:

https://www.cbc.ca/…/trudeau-premiers-cabinet-1.6350734

https://www.reuters.com/…/canada-police-response…/