ປະມວນກົດໝາຍອາຍາ ມາດຕາ 346 ການກໍ່ໃຫ້ເກີດມົນລະພິດທາງອາກາດ

ປະມວນກົດໝາຍອາຍາ
ມາດຕາ 346 ການກໍ່ໃຫ້ເກີດມົນລະພິດທາງອາກາດ
ບຸກຄົນໃດ ຫາກໄດ້ປ່ອຍຄວັນ, ຝຸ່ນລະອອງ, ສານພິດ ຫລື ລັງສີ ຫລື ອົງປະກອບອື່ນທີ່ເປັນອັນຕະລາຍ ຂຶ້ນສູ່ອາກາດໃສສັດສ່ວນທີ່ເກີນກ່ວາມາດຕະຖານທີ່ກຳນົດໄວ້ ຊຶ່ງກໍ່ໃຫ້ເກີດຄວາມເສຍຫາຍຮ້າຍແຮງ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 6ເດືອນ ຫາ 3ປີ ຫລື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝ ແຕ່ 5.000.000 ລ້ານກີບ ຫາ 50.000.000 ລ້ານກີບ