ສ.ເກົາຫລີ ເຜີຍພົບຜູ້ຕິດເຊື້ອໂຄວິດ ຫລັງສັກວັກຊີນຄົບໂດສ ຫລື ສັກເຂັມກະຕຸ້ນແລ້ວ ບໍ່ເຖິງ 1%

ສ.ເກົາຫລີ ເຜີຍພົບຜູ້ຕິດເຊື້ອໂຄວິດ-19 ຕິດເຊື້ອຫລັງສັກວັກຊີນຄົບໂດສ ຫລື ສັກເຂັມກະຕຸ້ນແລ້ວປະມານ 360.000 ຄົນ ຄິດເປັນອັດຕາສ່ວນບໍ່ເຖິງ 1% ຂອງປະຊາກອນທີ່ສັກວັກຊີນແລ້ວທົ່ວປະເທດ.

ວັນທີ 14 ກຸມພາ 2022, ສຳນັກງານຄວບຄຸມ ແລະ ປ້ອງກັນພະຍາດເກົາຫລີ (KDCA)ສ ເປີດເຜີຍວ່າ: ສ.ເກົາຫລີ ກວດພົບຜູ້ຕິດເຊື້ອໂຄວິດ-19 ທີ່ຕິດເຊື້ອຫລັງສັກວັກຊີນຄົບໂດສແລ້ວຈຳນວນ 367.927 ຄົນແລ້ວ ເມື່ອໄລ່ຮອດວັນທີ 6 ກຸມພາຜ່ານມາ.

ກະຊວງດັ່ງກ່າວລະບຸວ່າ: ຜູ້ຕິດເຊື້ອໂຄວິດ-19 ກຸ່ມນີ້ຄິດເປັນ 0,845% ຂອງຜູ້ສັກວັກຊີນຄົບໂດສໃນ ສ.ເກົາຫລີ ເຊິ່ງມີ 43.545.686 ຄົນ ໂດຍໃນບັນດາຜູ້ຕິດເຊື້ອກຸ່ມນີ້ມີຜູ້ຕິດເຊື້ອທີ່ມີອາການໜັກຈຳນວນ 2.708 ຄົນ ແລະ ເສຍຊີວິດ 1.608 ຄົນ.

ຂະນະທີ່ຜູ້ຕິດເຊື້ອໄວຣັສໂຄວິດ-19 ຫລັງຈາກສັກວັກຊີນເຂັມກະຕຸ້ນແລ້ວມີຈຳນວນ 92.054 ຄົນ ເມື່ອໄລ່ຮອດວັນທີ 6 ກຸມພາ ຄິດເປັນ 0,372% ຂອງຜູ້ສັກວັກຊີນເຂັມກະຕຸ້ນ 25.040.643 ຄົນ ໂດຍມີຜູ້ຕິດເຊື້ອອາການໜັກ 157 ຄົນ ແລະ ເສຍຊີວິດ 91 ຄົນ.

ສຳນັກຂ່າວຊິນຮົວລາຍງານວ່າ: KDCA ໄດ້ເລີ່ມຕົ້ນສັກວັກຊີນປ້ອງກັນໂຄວິດ-19 ເຂັມທີ 4 ຫລື ໂດສກະຕຸ້ນທີສອງ ໃຫ້ປະຊາກອນກຸ່ມສ່ຽງສູງ ເຊິ່ງລວມທັງຜູ້ມີພາວະພູມຕ້ານທ່ານບົກພ່ອງແລ້ວ.

ໂດຍແຜນສັກວັກຊີນປ້ອງກັນໂຄວິດ-19 ເຂັມທີ 4 ມີຂຶ້ນເພື່ອຊ່ວຍປ້ອງພາວະວິກິດ ແລະ ການເສຍຊີວິດໃນກຸ່ມຄົນສ່ຽງສູງ ທ່າມກາງການລະບາດຂອງໄວຣັສສາຍພັນໂອມິຄຣອນ ໂດຍຍັງບໍ່ມີການພິຈາລະນາສັກວັກຊີນເຂັມທີ 4 ໃຫ້ປະຊາຊົນທົ່ວໄປ.

ທັງນີ້ ສ.ເກົາຫລີ ມີປະຊາຊົນທີ່ສັກວັກຊີນປ້ອງກັນໂຄວິດ-19 ຄົບສອງໂດສແລ້ວຫລາຍກວ່າ 86% ຂອງປະຊາກອນທັງໝົດ, ຂະນະທີ່ອີກ 57,3% ສັກວັກຊີນໂດສກະຕຸ້ນແລ້ວ.

ອ້າງອີງ:

https://www.xinhuathai.com/high/263285_20220214

https://www.xinhuathai.com/high/263301_20220214