ເສຍດາຍທີ່ຫາກໍຄິດໄດ້ຕອນອາຍຸ 60 ປີແລ້ວ

ຂ້ອຍຫາກໍຄິດໄດ້ເມື່ອອາຍຸ 60 ປີແລ້ວ ຖ້າຄິດໄດ້ໄວກໍຄົງຈະດີຫລາຍກັບຊີວິດທີ່ຜ່ານມາ, ເບິ່ງໂລກໃນແງ່ດີ ເປີດເຜີຍຕົນເອງ ທ່ານຈະພົບວ່າຄວາມສຸກຢູ່ບໍ່ໄກເຮົາເລີຍ. ຂ້ອຍໄດ້ຖາມໝູ່ຄົນໜຶ່ງ ເຊິ່ງຕອນນີ້ລາວອາຍຸ 60 ປີແລ້ວ, ຂ້ອຍຖາມລາວວ່າ : ເຈົ້າໄດ້ຮຽນຮູ້ຫຍັງ ແລະ ຢາກຈະປ່ຽນແປງຫຍັງທີ່ຜ່ານມາໃນຊີວິດແດ່ ?

  1. ຂ້ອຍຈະຖອຍຫ່າງຈາກຄົນທີ່ດູຖູກຂ້ອຍ ເພາະຄົນເຫລົ່ານັ້ນບໍ່ເຂົ້າໃຈຄຸນຄ່າໃນໂຕຂ້ອຍ. ດັ່ງນັ້ນ ຂ້ອຍຈະບໍ່ຢູ່ໃກ້ໃຫ້ເກີດຄວາມຄິດລົບ.
  2. ຂ້ອຍຈະບໍ່ຍຶດເອົາຄວາມຄິດຕົນເອງເປັນຫລັກ ຈົນທຳລາຍມິດຕະພາບດີໆ.
  3. ຂ້ອຍຈະເບິ່ງໃນດ້ານບວກ, ຊື່ນຊົມຍ້ອງຍໍຫລາຍກ່ວາຕຳໜິ ບໍ່ແມ່ນແຕ່ເຮັດໃຫ້ອີກຝ່າຍຮູ້ສຶກດີ ແຕ່ກໍຍັງເຮັດໃຫ້ເຮົາຮູ້ສຶກດີໄປນຳ.
  4. ຂ້ອຍຈະບໍ່ກັງວົນກັບຮອຍເປື້ອນນ້ອຍໆເທິງເຄື່ອງນຸ່ງ ຫລື ແມ່ນແຕ່ຂໍ້ຜິດພາດເລັກໆນ້ອຍໆຂອງຄົນອື່ນ.
  5. ຂ້ອຍຈະບໍ່ແກ້ໄຂຄວາມຜິດຄົນອື່ນ ເຖິງວ່າຄົນເຫລົ່ານັ້ນຈະຜິດ ເພາະການເຮັດໃຫ້ທຸກຄົນເປັນຄົນທີ່ສົມບູນແບບບໍ່ແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບຂອງຂ້ອຍ.
  6. ແຕ່ກ່ອນຂ້ອຍຮັກພໍ່ແມ່ພີ່ນ້ອງ ແລະ ໝູ່ເພື່ອນ, ແຕ່ຕອນນີ້ຂ້ອຍອາຍຸຫລາຍຂຶ້ນ ສຸຂະພາບກໍເລີ່ມຖົດຖອຍ ຂ້ອຍຫັນຫລັງກັບມາຮັກຕົນເອງຫລາຍຂຶ້ນ.
  7. ຂ້ອຍບໍ່ຕໍ່ລາຄານຳແມ່ຄ້າຂາຍຜັກ-ໝາກໄມ້ ຂ້ອຍອາດຈະຕ້ອງຈ່າຍເງິນຕື່ມອີກເລັກນ້ອຍ ເຊິ່ງບໍ່ໄດ້ກະທົບກັບຊີວິດຂ້ອຍ,​ ແຕ່ເງິນພຽງເລັກນ້ອຍທີ່ຂ້ອຍຕໍ່ລາຄາ ອາດໝາຍເຖິງຄ່າຮໍ່າຮຽນໃນອະນາຄົດຂອງລູກພວກເຂົາ.
  8. ເມື່ອຕ້ອງຈ່າຍຄ່າລົດໂດຍສານ ຂ້ອຍບໍ່ລໍຖ້າໃຫ້ຄົນຂັບຫາເງິນນ້ອຍມາທອນ ການໃຫ້ທິບເຂົາເລັກໆນ້ອຍໆອາດໄດ້ຮັບຮອຍຍິ້ມຕອບແທນມາ.
  9. ຂ້ອຍຈະບໍ່ເວົ້າກັບຜູ້ອາວຸໂສອີກວ່າ ເລື່ອງນີ້ທ່ານໄດ້ເລົ່າໃຫ້ຟັງຫລາຍເທື່ອແລ້ວ ເພາະເລື່ອງທີ່ທ່ານກຳລັງເລົ່າ ເຮັດໃຫ້ທ່ານຊ່ວຍຟື້ນຄວາມຊົງຈຳ ບໍ່ເຮັດໃຫ້ເປັນຄົນຂີ້ຫລົງຂຶ້ລືມງ່າຍ.
  10. ຂ້ອຍຄິດໄວ້ສະເໝີວ່າທຸກມື້ເປັນມື້ສຸດທ້າຍ ເພາະມື້ໜຶ່ງກໍຕ້ອງເຖິງມື້ສຸດທ້າຍຂອງຊີວິດ ແລະ ຂ້ອຍຈະເຮັດໃນສິ່ງທີ່ເຮັດໃຫ້ຂ້ອຍມີຄວາມສຸກ.
  11. ຕອນອາຍຸ 1 ປີ ຄວາມສຳເລັດແມ່ນການຍ່າງໄດ້ດ້ວຍຕົນເອງ ໂດຍທີ່ບໍ່ຕ້ອງມີໃຜມາຈູງ.
  12. ຕອນອາຍຸ 4 ປີ ຄວາມສຳເລັດແມ່ນບໍ່ຍ່ຽວໃສ່ໂສ້ງ.
  13. ຕອນອາຍຸ 8 ປີ ຄວາມສຳເລັດແມ່ນຮູ້ທາງກັບຈາກໂຮງຮຽນມາເຮືອນໄດ້.
  14. ຕອນອາຍຸ 15 ປີ ຄວາມສຳເລັດແມ່ນການມີໝູ່ຫລວງຫລາຍທີ່ຮັກເຮົາ.
  15. ຕອນອາຍຸ 18 ປີ ຄວາມສຳເລັດແມ່ນການສອບເສັງເຂົ້າມະຫາວິທະຍາໄລໄດ້.
  16. ຕອນອາຍຸ 22 ປີ ຄວາມສຳເລັດແມ່ນການຮຽນຈົບຈາກມະຫາວິທະຍາໄລ.
  17. ຕອນອາຍຸ 25 ປີ ຄວາມສຳເລັດແມ່ນການມີວຽກເຮັດ ສາມາດລ້ຽງດູຕົນເອງໄດ້.
  18. ຕອນອາຍຸ 30 ປີ ຄວາມສຳເລັດແມ່ນການສ້າງຄອບຄົວທີ່ອົບອຸ່ນ.
  19. ຕອນອາຍຸ 35 ປີ ຄວາມສຳເລັດແມ່ນການໄດ້ໃຫ້ການສຶກສາດີໆແກ່ລູກໆ.
  20. ຕອນອາຍຸ 50 ປີ ຄວາມສຳເລັດແມ່ນຍັງສາມາດເຮັດວຽກໄດ້ເປັນຢ່າງດີ.
  21. ຕອນອາຍຸ 60 ປີ ຄວາມສຳເລັດແມ່ນຍັງຂັບລົດ ພາຕົນເອງໄປໃນບ່ອນທີ່ຢາກໄປໄດ້.
  22. ຕອນອາຍຸ 65 ປີ ຄວາມສຳເລັດແມ່ນມີສຸຂະພາບທີ່ແຂງແຮງ ບໍ່ເຈັບບໍ່ປ່ວຍ.
  23. ຕອນອາຍຸ 70 ປີ ຄວາມສຳເລັດແມ່ນຍັງໄດ້ພົບປະໂອ້ລົມກັບໝູ່ເພື່ອນເກົ່າໆ.
  24. ຕອນອາຍຸ 75 ປີ ຄວາມສຳເລັດແມ່ນບໍ່ເປັນພາລະໃຫ້ໃຜ.
  25. ຕອນອາຍຸ 80 ປີ ຄວາມສຳເລັດແມ່ນຍັງຈື່ທາງກັບເຮືອນໄດ້.
  • “ຫາກເຮົາມີຄວາມນັບຖືຕົນເອງ, ເບິ່ງໂລກໃນແງ່ດີ, ເປີດເຜີຍຕົນເອງ ແລະ ຄວບຄຸມຊີວິດຂອງເຮົາເອງໄດ້ ທ່ານຈະພົບວ່າຄວາມສຸກຢູ່ບໍ່ໄກໂຕເຮົາເລີຍ” (ຂອບໃຈ : ຕົ້ນສະບັບພາສາຈີນ ໝ່າຫຸ້ຍ ຫົວໜ້າບັນນາທິການສຳນັກພິມຊິງຫົວ, FW Line).