8 ສັນຍານເຕືອນ ຫາກຍັງເຮັດຕໍ່ໄປ ອະນາຄົດຈະລຳບາກ

ຫລາຍຄົນອາດສົງໄສວ່າເງິນເດືອນທີ່ໄດ້ຫາຍໄປໃສໝົດ ? ຫລຶ ຫາຄຳຕອບບໍ່ໄດ້ເລີຍວ່າເງິນເດືອນໃນບັນຊີບໍ່ເຫລືອເລີຍຕອນທ້າຍເດືອນຍ້ອນຫຍັງ ? ຍິ່ງໄປກ່ວານັ້ນ ທ່ານຍິ່ງຄິດຫລາຍຂຶ້ນທຸກເທື່ອວ່າ ເງິນຫາຍໄປໃສ ?
ຖ້າທ່ານເປັນແບບທີ່ພວກເຮົາກ່າວເຖິງໃນຂ້າງເທິງ ກໍບອກໄດ້ເລີຍວ່າສະຖານະທາງການເງິນຂອງທ່ານມາເຖິງຈຸດອັນຕະລາຍແລ້ວ, ແຕ່ຖ້າທ່ານຍັງບໍ່ແນ່ໃຈ ເພາະໃຜໆກໍຄົງຄິດແບບນີ້ ກໍລອງມາເບິ່ງກັນວ່າທ່ານມີສັນຍານອັນຕະລາຍດ້ານການເງິນຫລືບໍ່ ?
- ສັນຍານທີ 1 ບໍ່ພາດທຸກກະແສນິຍົມ : ການຊື້ສິນຄ້າຫາກເຮັດຢ່າງພໍດິ ຫລື ຊື້ຍ້ອນຄວາມຈຳເປັນຕໍ່ວຽກຂອງທ່ານນັ້ນເປັນສິ່ງທີ່ທ່ານສົມຄວນເຮັດ, ແຕ່ການຊື້ໂທລະສັບມືຖືລຸ້ນໃໝ່ ແລະ ປ່ຽນລຸ້ນຕະຫລອດເວລາຍ້ອນຄິດວ່າຕົນເອງຕ້ອງນຳກະແສນິຍົມໃຫ້ທັນຕະຫລອດເວລານັ້ນ ສ້າງຄວາມເສຍຫາຍທາງການເງິນໄດ້. ດັ່ງນັ້ນ, ກ່ອນຊື້ທຸກເທື່ອຢ່າລືມຄິດວ່າ ຈຳເປັນ ຫລື ພຽງແຕ່ ຢາກໄດ້.
- ສັນຍານທີ 2 ປ່ອຍໄວ້ ບໍ່ດົນກໍດີເອງ : ຫລາຍຄົນທີ່ແກ້ໄຂບັນຫາທາງດ້ານການເງິນບໍ່ໄດ້ມັກເຊື່ອວ່າ ປ່ອຍໄວ້ ບໍ່ດົນກໍດີເອງ ເຊິ່ງບອກໄດ້ເລີຍວ່ານັ້ນເປັນໜຶ່ງໃນເສັ້ນທາງສູ່ຄວາມລົ້ມເຫລວທາງດ້ານການເງິນ ເພາະໂດຍທົ່ວໄປພວກເຂົາມັກຄິດເຖິງສະເພາະການແກ້ບັນຫາສະເພາະໜ້າທີ່ເກີດຂຶ້ນໃນມື້ນີ້ ເຊັ່ນ : ມື້ນີ້ອັນໃດແມ່ນເລື່ອງຈຳເປັນ, ແຕ່ບໍ່ໄດ້ມີການວາງແຜນສຳລັບອະນາຄົດເພື່ອກຽມຮັບມືແຕ່ຢ່າງໃດ ເພາະເຊື່ອວ່າໃນອະນາຄົດກໍຈະຫາທາງອອກໄດ້ເອງ ຫາກທ່ານຄິດແບບນີ້ຂໍໃຫ້ລອງປ່ຽນຄວາມຄິດທີ່ກ່ຽວກັບການເງິນທັງໝົດ ເຊັ່ນ : ຫາກເຮົາຕັດສິນໃຈໃຊ້ເງິນໃນຕອນນີ້ແລ້ວ ໃນອະນາຄົດຈະເກີດຫຍັງຂຶ້ນແດ່.
- ສັນຍານທີ 3 ຍິ່ງລາຍໄດ້ເພີ່ມ ລາຍຈ່າຍກໍເພີ່ມຂຶ້ນນຳ : ຫລາຍໆຄົນຄົງຢາກໄດ້ຍິນວ່າຕົນເອງມີລາຍໄດ້ເພີ່ມຂຶ້ນ ແຕ່ໃນຂະນະທີ່ລາຍໄດ້ເພີ່ມຂຶ້ນທຸກຄົນກໍຢາກໃຊ້ເງິນເພື່ອເພີ່ມຄຸນນະພາບຊີວິດຂອງຕົນເອງໃຫ້ດີຂຶ້ນນຳ, ແຕ່ຫາກທ່ານສົນໃຈແຕ່ສະເພາະລາຍຈ່າຍເພື່ອເພີ່ມຄຸນນະພາບຊີວິດ ລາຍໄດ້ຈຳນວນຫລາຍເທົ່າໃດກໍບໍ່ພຽງພໍກັບລາຍຈ່າຍ ແລະ ຍັງບໍ່ສາມາດເກັບທ້ອນໄດ້ແນ່ນອນ ສິ່ງທີ່ທ່ານຄວນລະວັງກໍຄື : ພະຍາຍາມຮັກສາລະດັບລາຍຈ່າຍຂອງທ່ານໃຫ້ຄົງທີ່ຢູ່ສະເໝີ, ໃນຂະນະທີ່ອີກທາງແມ່ນການເພີ່ມລາຍໄດ້ຈາກທາງອື່ນໆ ຈຶ່ງຈະເປັນເສັ້ນທາງສູ່ຄວາມສຳເລັດ.
- ສັນຍານທີ 4 ແຍກບໍ່ອອກລະຫ່ວາງ ຈຳເປັນ ກັບ ຢາກໄດ້ : ການທ້ອນເງິນເພື່ອສ້າງຄວາມໝັ້ນຄົງທາງການເງິນນັ້ນ ສິ່ງສຳຄັນທີ່ສຸດແມ່ນການຈັດລຳດັບຄວາມສຳຄັນ ທ່ານຕ້ອງແບ່ງໄດ້ອັນໃດແມ່ນສິ່ງທີ່ທ່ານຕ້ອງມີ, ມີກໍດີ ຫລື ບໍ່ມີກໍໄດ້ ໃນການຈ່າຍຂອງທ່ານແຕ່ລະເທື່ອ ຫາກທ່ານຕັ້ງເປົ້າໝາຍໄວ້ວ່າຕ້ອງຮັ່ງມີຂຶ້ນ ທ່ານຕ້ອງຍອມແລກກັບຄວາມຕ້ອງການບາງຢ່າງໃນຕອນນີ້ ເຖິງວ່າທ່ານຈະບໍ່ມັກກໍຕາມ ໂດຍມີເຄັດລັບຄື : ຂຽນເປົ້າໝາຍທາງການເງິນຂອງທ່ານໃຫ້ຈະແຈ້ງ ແລ້ວຕິດເປົ້າໝາຍໄວ້ໃນບ່ອນທີ່ທ່ານແນມເຫັນໄດ້ງ່າຍໆ ເພື່ອທີ່ຈະອ່ານເຕືອນໃຈໃຫ້ຍຶດໝັ້ນກັບແຜນນີ້ຢ່າງສະໝໍ່າສະເໝີ.
- ສັນຍານທີ 5 ບໍ່ຮູ້ວ່າໃຊ້ເງິນຊື້ ຫລື ໃຊ້ຈ່າຍຫຍັງແດ່ : ຫລາຍຄົນຄິດວ່າຕົນເອງຮູ້ດີວ່າລາຍໄດ້ມາຈາກໃສ ແລ້ວໃຊ້ຊື້ຫຍັງໄປແດ່, ແຕ່ວ່າໃນຄວາມເປັນຈິງແລ້ວມີພຽງບໍ່ເທົ່າໃດຄົນເທົ່ານັ້ນທີ່ເປັນແບບນັ້ນ ເພາະເກືອບທຸກຄົນຈື່ໄດ້ສະເພາະລາຍຈ່າຍກ້ອນໃຫຍ່ໆເທົ່ານັ້ນ, ແຕ່ລາຍຈ່າຍນ້ອຍໆຕ່າງຫາກທີ່ເຮັດໃຫ້ລາຍໄດ້ຂອງທ່ານຫາຍໄປແບບບໍ່ຮູ້ໂຕເລີຍ.
- ສັນຍານທີ 6 ບໍ່ເຄີຍຕັ້ງງົບລາຍຈ່າຍ : ຈຸດເລີ່ມຕົ້ນຂອງຫົນທາງທີ່ຈະເຮັດໃຫ້ທ່ານປະສົບຄວາມສຳເລັດທາງດ້ານການເງິນແມ່ນຕັ້ງງົບລາຍຈ່າຍ ແລະ ເຮັດໃຫ້ໄດ້ຕາມແຜນທີ່ວາງໄວ້ ບອກໄດ້ເລີຍວ່າເທົ່ານີ້ກໍເຫັນຄວາມແຕກຕ່າງຂອງເງິນໃນບັນຊີຂອງທ່ານ, ແຕ່ຫາກທ່ານຕັ້ງງົບປະມານບໍ່ດີ ກໍຈະເຮັດໃຫ້ການໃຊ້ຈ່າຍຂອງທ່ານເກີດຮອຍຮົ່ວໄດ້ງ່າຍ.
- ສັນຍານທີ 7 ບໍ່ເລີ່ມເກັບທ້ອນຕັ້ງແຕ່ຕອນນີ້ : ໃນໄວເຮັດວຽກຫລາຍຄົນໃຊ້ເງິນໝົດໄປກັບການຊື້ສິ່ງຂອງທີ່ຕົນເອງຕ້ອງການ ແລະ ຄິດວ່າຍັງບໍ່ເຖິງເວລາທີ່ຕ້ອງເລີ່ມທ້ອນເງິນ, ແຕ່ຟັງກ່ອນ ! ບໍ່ມີຄຳວ່າໄວເກີນໄປສຳລັບການທ້ອນເງິນ ບໍ່ວ່າທ່ານຈະມີລາຍໄດ້ໜ້ອຍ ຫລື ຫລາຍປານໃດກໍຕາມ ພວກເຮົາຂໍແນະນຳໃຫ້ທ່ານເລີ່ມທ້ອນເງິນຕັ້ງແຕ່ມື້ນີ້ເລີຍ ຄົນຮັ່ງມີຫລາຍໆຄົນແນະນຳວ່າທ່ານຄວນທ້ອນເງິນ.
- ສັນຍານທີ 8 ໜີ້ມື້ນີ້ໃຊ້ມື້ໜ້າ : ຫລາຍຄົນໃນປັດຈຸບັນເອີ້ນໄດ້ວ່າເປັນໜີ້ກັນທົ່ວໜ້າ ເຮັດໃຫ້ດອກເບ້ຍທີ່ເປັນຂອງແຖມຈາກການເປັນໜີ້ນັ້ນພອກພູນຈົນກະທັ້ງບໍ່ຮູ້ຈະຊົດໃຊ້ໜີ້ເຫລົ່ານີ້ແນວໃດ ກໍເລືອກທີ່ຈະປິດຕາຂ້າງໜຶ່ງ ໂດຍຫວັງວ່າຈະເອົາລາຍໄດ້ທີ່ມີມາໃຊ້ໜີ້ທັງໝົດ ໂດຍບໍ່ມີການທ້ອນ.
ທັງ 8 ຂໍ້ໃຫ້ເປັນແນວຄິດທີ່ຈະຊ່ວຍໃຫ້ທ່ານມີເງິນທ້ອນ ໂດຍທີ່ທ່ານບໍ່ຕ້ອງອົດ ຫລື ກົດດັນຕົນເອງຈົນເກີນໄປ ແລ້ວການທ້ອນເງິນຈະກາຍເປັນຫົນທາງສູ່ຄວາມຮັ່ງມີໃນອະນາຄົດໂດຍທ່ານເອງບໍ່ຮູ້ໂຕ. ຈົ່ງສ້າງຝັນຂອງທ່ານເອງ ບໍ່ດັ່ງນັ້ນ ຄົນອື່ນຈະຈ້າງທ່ານໃຫ້ໄປຊ່ວຍສ້າງຝັນຂອງພວກເຂົາ, ຈົ່ງເລີ່ມຈາກຈຸດທີ່ທ່ານຢືນຢູ່ ຈົ່ງໃຊ້ໃນສິ່ງທີ່ທ່ານມີ ແລະ ຈົ່ງເຮັດໃນສິ່ງທີ່ທ່ານສາມາດເຮັດໄດ້.

