ອົງການກາແດງແຫ່ງຊາດລາວລາວໄດ້ຈັດສົ່ງເຄື່ອງຊ່ວຍເຫລືອບັນເທົາທຸກໄປແຮໄວ້ສາງພາກກາງຕັ້ງຢູ່ເເຂວງ ຄຳມ່ວນ ໃນວັນທີ 11 ກຸມພາ 2022, ເຄື່ອງທີ່ຈັດສົ່ງໄປໃນຄັ້ງນີ້ປະກອບມີ: ເຄື່ອງນຸ່ງຫົ່ມປະສົມ ຈຳນວນ 100 ແກັດ, ເກີບ 200 ແກັດ, ເຊິ່ງເປັນຜະລິດຕະພັນຂອງ ຟີລາ (FILA) ແລະ ໄດ້ຮັບການສະໜັບສະໜູນຈາກກາແດງ ສ.ເກົາຫລີ ລວມມູນຄ່າ 609,900,000 ກີບ, ເພື່ອນຳໄປແຮໄວ້ເພື່ອໃຫ້ການຊ່ວຍເຫລືອປະຊາຊົນຜູ້ທຸກຍາກອານາຖາ, ປ່ຽວພອຍ, ປະສົບໄພພິບັດຈາກທຳມະຊາດ ແລະ ພາຍໃນແຂວງໄດ້ຢ່າງທັນເວລາ.
ໃນໂອກາດດັ່ງກ່າວ, ທ່ານຫົວໜ້າອົງການກາແດງແຂວງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ຄະນະນຳອົງການກາແດງລາວທີ່ເຫັນໄດ້ເຖິງຄວາມສຳຄັນໃນວຽກງານການຊ່ວຍເຫລືອບັນເທົາທຸກ ໃຫ້ແກ່ອົງການກາແດງ ແຂວງ ຄຳມ່ວນ ແລະ ຈະນຳເຄື່ອງຊ່ວຍເຫລືອດັ່ງກ່າວ ໄປຊ່ວຍເຫລືອປະຊາຊົນຜູ້ທຸກຍາກ ຕາມເປົ້າໝາຍ.