ຕາມຮອຍພໍ່, ລູກຊາຍ ໂຣນັລໂດ ເຊັນສັນຍາເຂົ້າທີມເຍົາວະຊົນ ແມນຢູ

ລູກຊາຍຂອງ ຄຣິສຕຽນໂນ ໂຣນັລໂດ ເຊັນສັນຍາຮ່ວມທີມເຍົາວະຊົນ ແມນເຊສເຕີ ຢູໄນເຕັດ ຮັບເສື້ອເບີດຽວກັບພໍ່ ແຕ່ການເປີດຕົວຄັ້ງນີ້ເກີດຂຶ້ນແບບຄາດບໍ່ເຖິງ.

ລູກຊາດຂອງ ຄຣິສຕຽນໂນ ໂຣນັລໂດ ອາຍຸ 11 ປີ ໄດ້ເຊັນສັນຍາເປີດຕົວກັບສະໂມສອນ ແມນເຊສເຕີ ຢູໄນເຕັດ ທີມດັງໃນການແຂ່ງຂັນພຣີເມຍລີກ ອັງກິດ ຢ່າງເປັນທາງການ ຫລັງລາວຍ້າຍອອກຈາກທີມເຍົາວະຊົນຂອງ ຢູເວນຕູສ ມາຢູ່ໃນອັງກິດຕາມພໍ່ເມື່ອໄລຍະຕົ້ນລະດູການ ແລະ ໄດ້ລົງຫລິ້ນໃຫ້ທີມເຍົາວະຊົນໄປແລ້ວຫລາຍນັດ.

ບໍ່ພຽງເທົ່ານັ້ນ ລູກຂອງ ໂຣນັລໂດ ຍັງໄດ້ໃສ່ເສື້ອເບີ 7 ພ້ອມຊື່ຫລັງເສື້ອວ່າ ໂຣນັລໂດ ຄືກັບພໍ່ທີ່ລົງຫລິ້ນໃຫ້ທີມຊຸດໃຫຍ່ຂອງ ແມນຢູ ນຳອີກ ເອີ້ນໄດ້ວ່າເປັນຫມາກໄມ້ຫລົ່ນບໍ່ໄກຕົ້ນຢ່າງແທ້ຈິງ.

ແນວໃດກໍຕາມ ການຊູເສື້ອເປີດຕົວຄັ້ງນີ້ຂອງລູກ ໂຣນັລໂດ ເກີດຂຶ້ນຈາກການທີ່ ກາບຣຽລ ຫມູ່ຮ່ວມທີມຂອງລາວໂພສຮູບລົງອິນສະຕາແກຣມສ່ວນຕົວ ຫລັງຈາກທັງຄູ່ໄດ້ເຊັນສັນຍາເຂົ້າສູ່ທີມເຍົາວະຊົນຂອງ ແມນຢູ ໃນເວລາດຽວກັນ.

ສ່ວນ ກາບຣຽລ ຂຽນຂ້ໍຄວາມໃນວັນທີລາວໄດ້ຮັບສັນຍາ ແລະ ຊູເສື້ອແມນຢູ ເປີດຕົວພ້ອມກັບລູກຊາຍ ໂຣນັລໂດ ທີ່ຍັງບໍ່ໄດ້ເປີດບັນຊີ ໄອຈີ ເອົາໄວ້ວ່າ : ‘‘ ດີໃຈທີ່ໃນທີ່ສຸດ ມື້ເຊັນສັນຍາຂອງຂ້ອຍກໍມາເຖິງ ແລະ ມັນຍິ່ງດີຫລາຍທີ່ໄດ້ຮັບສັນຍາພ້ອມກກັບມຫມູ່ຮ່ວມທີມ ຄຣິສຕຽນໂນ ຈູເນຍ ’’.