ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ ຕິດຕາມວຽກງານ ຢູ່ແຂວງຫລວງພະບາງ ພ້ອມປະກອບສ່ວນເງິນສົດ 5 ລ້ານກີບ ເພື່ອສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19

ວັນທີ 10 ກຸມພາ 2022 ນີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະ ຢ້ຽມຢາມແຂວງຫລວງພະບາງ ໂດຍການຕ້ອນຮັບຂອງ ທ່ານ ບຸນສົມ ຄຸນມະນີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ພ້ອມຄະນະນໍາແຕ່ລະຂະແໜງການຂອງພະແນກ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ຂຶ້ນຜ່ານບົດລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງຂະແໜງ ອຄ ໃນໄລຍະ 1 ປີ (2021) ແລະ ທິດທາງວຽກງານຈຸດສຸມໃນຕໍ່ໜ້າໂດຍຫຍໍ້ ເປັນຕົ້ນແມ່ນ ໄດ້ຕີລາຄາສະພາບການຈັດຕັ້ງປະຕິບັດບັນດາໂຕເລກຄາດໝາຍສູ້ຊົນ ເຮັດໃຫ້ມູນຄ່າການສົ່ງອອກໄດ້ລື່ນແຜນ 18,47%, ສິນຄ້ານຳເຂົ້າລື່ນແຜນ 23,34%, ວຽກການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຂອງແຂວງ, ມາຮອດປັດຈຸ ບັນ, ຫົວໜ່ວຍ SMEs ຂອງແຂວງພວກເຮົາ ສາມາດເຂົ້າເຖິງບ້ວງເງິນສິນເຊື່ອຂອງລັດຖະບານ ອັດຕາດອກເບ້ຍ 3% ຕໍ່ປີ ໄດ້ທັງໝົດ 15 ຫົວໜ່ວຍ 17 ສັນຍາ ລວມມູນຄ່າທັງໝົດ 20 ຕື້ກີບ. ການສົ່ງເສີມການຜະລິດດ້ານຫັດຖະກຳ ໂດຍສະເພາະການຍົກລະດັບສີມືແຮງງານ, ການຈັດຝຶກອົບຮົມວິຊາຊີບຕ່າງໆໃຫ້ແກ່ຜູ້ປະກອບການຫັດຖະກຳ ແລະ ປະຊາຊົນບັນດາເຜົ່າ ເປັນຕົ້ນ ການຕໍ່າຫູກ, ການປັ້ນດິນເຜົາ, ການຈັກສານ ເປັນຜະລິດຕະພັນໄມ້ປ່ອງ, ການຜະລິດເຈ້ຍສາ, ການຕີເຫລັກ-ຕີເງິນ-ຄຳ ແລະ ການປຸງແຕ່ງອາຫານທ້ອງຖິ່ນແມ່ນເປັນຂະບວນຟົດຟື້ນ ແລະ ໄດ້ກຳນົດເຂົ້າໃນແຜນພັດທະນາວຽກງານອຸດສາ ຫະກໍາ ແລະ ການຄ້າ 5 ປີຕໍ່ໜ້າ, ໂດຍມີ 8 ແຜນວຽກໃຫຍ່ ແລະ 50 ກິດຈະກໍາຍ່ອຍ. ດ້ານວຽກງານປົກປ້ອງຜູ້ຊົມໃຊ້ ແລະ ການຄຸ້ມຄອງລາຄາສິນຄ້າ ໄດ້ມີໜ່ວຍງານກວດກາສິນຄ້າ-ລາຄາປະຈຳເມືອງ, ນະຄອນ ລົງຕິດຕາມ-ກວດກາລາຄາສິນຄ້າປະເພດຄຸ້ມຄອງຢ່າງເປັນປົກກະຕິ (ອາທິດລະ 2 ຄັ້ງ) ລວມເຖິງວຽກງານອື່ນໆ ທີ່ເຫັນວ່າມີການຈັດຕັ້ງປະຕິບັດໄດ້ຮັບຜົນສໍາເລັດເປັນຢ່າງດີ.
ຈາກນັ້ນ, ທາງຄະນະນໍາຈາກກະຊວງທີ່ຕິດຕາມ ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກໍໄດ້ມີຄໍາເຫັນແລກປ່ຽນ ຕໍ່ການຈັດຕັ້ງປະຕິບັດວຽກງານຂອງພະແນກ ອຄ ເພື່ອໃຫ້ວຽກງານຈຸດຂອດຄົງຄ້າງສາມາດແກ້ໄຂ ແລະ ໃນຕອນທ້າຍພິທີ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ມີຄໍາເຫັນໃຫ້ທິດຊີ້ນໍາຫລາຍບັນຫາ ເພື່ອໃຫ້ການນໍາຂອງພະແນກ ອຄ ນໍາໄປຜັນຂະຫຍາຍ ຈັດຕັ້ງປະ ຕິບັດເຂົ້າໃນໜ້າທີ່ວຽກງານດ້ານຕ່າງໆ ໃຫ້ບັນລຸຜົນຕາມຄາດໝາຍທີ່ວາງໄວ້ ແລະ ໂອກາດດຽວກັນນີ້,ທ່ານລັດຖະມົນຕີກະຊວງ ອຄ ຍັງໄດ້ປະກອບສ່ວນເງິນສົດ 5 ລ້ານກີບ ເພື່ອສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ຕື່ມອີກ.

