ຄວາມຫວັງໃໝ່ຂອງ Sinovac ວັກຊີນສູດຕ້ານ Omicron ຄາດວ່າພ້ອມໃຊ້ພຶດສະພານີ້

South China Morning Post ລາຍງານວ່າ: ບໍລິສັດ Sinovac Biotech ຜູ້ຜະລິດວັກຊີນປ້ອງກັນໂຄວິດ-19 ຂອງຈີນ ເປີດເຜີຍແຜນວ່າ: ພາຍໃນເດືອນນີ້ຈະມີການທົດລອງວັກຊີນເຂັມກະຕຸ້ນສຳລັບໂຄວິດ-19 ສາຍພັນໂອມິຄຣອນໃນມະນຸດ ໂດຍຄາດວ່າຈະເລີ່ມຈຳໜ່າຍໃຫ້ທົ່ວໂລກພາຍໃນເດືອນພຶດສະພານີ້.
ທ່ານ ເໝິງ ເຫວີຍໜິງ ຮອງປະທານບໍລິສັດ Sinovac Biotech (ຮົງກົງ) ໃຫ້ສຳພາດໃນວັນທີ 10 ກຸມພາວ່າ: ການທົດລອງວັກຊີນດັ່ງກ່າວໃນສັດທົດລອງສະແດງໃຫ້ເຫັນຜົນໄດ້ຮັບທີ່ໜ້າພໍໃຈ.
“ວັກຊີນສູດໃໝ່ສຳລັບໂອມິຄຣອນໂດຍສະເພາະສາມາດກະຕຸ້ນການຕອບສະໜອງທາງພູມຕ້ານທານ ແລະ ລະດັບແອນຕິບໍດີຂ້ອນຂ້າງແຂງແກ່ນໃນສັດຂະໜາດນ້ອຍ ເຊິ່ງສອດຄ່ອງກັບຄວາມຄາດຫວັງຂອງເຮົາ… ການທົດລອງວັກຊີນໃນມະນຸດຈະເລີ່ມຂຶ້ນພາຍໃນບໍ່ເທົ່າໃດອາທິດຕໍ່ໜ້າ ແລະ ຂໍ້ມູນຈາກການທົດລອງຈະຖືກເປີດເຜີຍໃນເດືອນໜ້າ”.
ຮອງປະທານ ເຊື່ອໝັ້ນວ່າ: ວັກຊີນສູດໃໝ່ນີ້ຈະມີບົດບາດສຳຄັນໃນການຢຸດການແພ່ລະບາດຂອງໂຄວິດ-19 ສາຍພັນໂອມິຄຣອນ ທີ່ກຳລັງແພ່ລະບາດຢ່າງວ່ອງໄວໄປທົ່ວໂລກ. ຕາມລາຍງານຂອງ CNBC.
Sinovac ກ່າວໃນຖະແຫລງການເມື່ອທ້າຍປີຜ່ານມາຫລັງມີການພົບໂຄວິດ-19 ສາຍພັນໂອມິຄຣອນວ່າ: ວັກຊີນສູດໃໝ່ຈະໃຊ້ເຕັກໂນໂລຊີການຜະລິດຄືກັບວັກຊີນທີ່ໃຊ້ຢູ່ໃນປັດຈຸບັນ ໝາຍເຖິງວັກຊີນເຊື້ອຕາຍ.
Sinovac ບໍ່ແມ່ນບໍລິສັດດຽວທີ່ເດີນໜ້າພັດທະນາວັກຊີນສຳລັບສາຍພັນໂອມິຄຣອນໂດຍສະເພາະ, ສ່ວນ Pfizer ຍັກໃຫຍ່ດ້ານການຢາຂອງອາເມລິກາ ແລະ AstraZeneca ຂອງອັງກິດ ກໍຄາດວ່າວັກຊີນສະເພາະຈະພ້ອມໃນລະດູໃບໄມ້ປົ່ງນີ້.
ແຕ່ Fortune ກ່າວວ່າ: ສຳລັບ Sinovac ແລ້ວ ການພັດທະນາວັກຊີນສຳລັບສາຍພັນໂອມິຄຣອນໂດຍສະເພາະອາດມີຄວາມສຳຄັນຫລາຍກວ່າ ເນື່ອງຈາກພົບວ່າວັກຊີນທີ່ໃຊ້ຢູ່ໃນປັດຈຸບັນມີປະສິດທິພາບຫລຸດລົງເມື່ອຕ້ອງຮັບມືກັບເຊື້ອໂອມິຄຣອນ.
ໂດຍລາຍງານອ້າງເຖິງຜົນການສຶກສາທີ່ຕີພິມໃນວາລະສານທາງວິທະຍາສາດ Nature ໃນເດືອນຜ່ານມາ ເຊິ່ງພົບວ່າວັກຊີນຂອງ Sinovac ຈຳນວນ 2 ໂດສບໍ່ສາມາດຜະລິດແອນຕິບໍດີທີ່ເປັນກາງ (Neutralizing antibody) ທີ່ຫລາຍພໍຕໍ່ໂອມິຄຣອນ.
ລວມທັງການວິໄຈອີກສະບັບໜຶ່ງຈາກນັກວິໄຈຮົງກົງໃນເດືອນທັນວາພົບວ່າ: ວັກຊີນ Sinovac ຈຳນວນ 3 ໂດສຜະລິດແອນຕິບໍດີບໍ່ພຽງພໍຕໍ່ການປ້ອງກັນໂອມິຄຣອນເຊັ່ນກັນ.
ຕາມລາຍງານຂອງ Bloomberg ສະພາຫໍການຄ້າເອີຣົບໃນຮົງກົງຊີ້ວ່າ: ຈີນມີທ່າອ່ຽງຈະບໍ່ເປີດປະເທດຈົນກວ່າຈະມີການເປີດຕົວວັກຊີນຊະນິດ mRNA ທີ່ຜະລິດຂຶ້ນເອງໃນປະເທດ ແລະ ສັກໃຫ້ປະຊາກອນຊາວຈີນກ່ອນ ເຊິ່ງປັດຈຸບັນຈີນກຳລັງເລັ່ງມືຢູ່.
ເຖິງຢ່າງໃດກໍຕາມ, ວັກຊີນສຳລັບສາຍພັນໂອມິຄຣອນໂດຍສະເພາະຂອງ Sinovac ເປັນອີກໜຶ່ງຄວາມຫວັງທີ່ຈະເພີ່ມພູມຕ້ານທານໃຫ້ຊາວຈີນ ແລະ ເດີນໜ້າເປີດປະເທດຕໍ່ໄປ.
