ຢ້ານເປັນຄືການາດາ ຝຣັ່ງ-ເບລຢ້ຽມກຽມສະກັດ ຂະບວນລົດຕ້ານມາດຕະການຄຸມໂຄວິດ

ຝຣັ່ງ ແລະ ເບລຢ້ຽມກາຍເປັນ 2 ປະເທດຫລ້າສຸດທີ່ເກີດການປະທ້ວງໃນຮູບແບບດຽວກັບການາດາ ເພື່ອຮຽກຮ້ອງໃຫ້ລັດຖະບານຍົກເລີກຄຸມໂຄວິດ.
ວັນທີ 10 ກຸມພາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ການເຄື່ອນຂະບວນລົດປະທ້ວງເພື່ອຕໍ່ຕ້ານມາດຕະການຄວບຄຸມການລະບາດຂອງພະຍາດໂຄວິດ-19 ຫລື ກຸ່ມຜູ້ຊຸມນຸມເອີ້ນວ່າ: ຂະບວນແຫ່ງເສລີພາບ (Freedom Convoy) ທີ່ເກີດຂຶ້ນໃນການາດາ ເລີ່ມລາມເຂົ້າສູ່ເອີຣົບແລ້ວ.
ໃນຝຣັ່ງ ເລີ່ມມີການລວມຕົວກັນຢູ່ເມືອງນີດທາງຕອນໃຕ້ນັບແຕ່ວັນທີ 8 ກຸມພາ ໂດຍມີກຳນົດເຄື່ອນຂະບວນເຂົ້າສູ່ນະຄອນຫລວງປາຣີສຂອງຝຣັ່ງ ແລະ ນະຄອນຫລວງບຣັສເຊລຂອງເບລຢ້ຽມ ເພື່ອຮຽກຮ້ອງໃຫ້ຢຸດການບັງຄັບໃຊ້ມາດຕະການຄຸມໂຄວິດ ໂດຍຄາດວ່າໃນວັນທີ 10 ກຸມພາ ຈະມີຂະບວນຈາກຫລາຍເມືອງເພີ່ມຂຶ້ນອີກ.
ຂະນະທີ່ນະຄອນຫລວງປາຣີສໄດ້ອອກມາສັ່ງຫ້າມບໍ່ໃຫ້ຜູ້ຊຸມນຸມເຄື່ອນຂະບວນເຂົ້າສູ່ເມືອງຫລວງລະຫວ່າງວັນທີ 11-14 ກຸມພາ ໂດຍກັງວົນວ່າອາດເກີດການລະເມີດຕໍ່ລະບຽບສາທາລະນະໄດ້ ຖ້າເກີດການລວມຕົວຂຶ້ນພາຍໃນເມືອງ.
ສຳລັບການປະທ້ວງຢູ່ການາດາ ທາງຜູ້ຊຸມນຸມມີການປິດຖະໜົນສາຍສຳຄັນໃຈກາງເມືອງ ແລະ ບີບແກລົດບັນທຸກສົ່ງສຽງລົບກວນຊາວເມືອງຢ່າງຕໍ່ເນື່ອງ ໄປຈົນເຖິງການປິດຂົວແອສບາສເດິ ເຊິ່ງເປັນຂົວຕົ້ນຕໍທີ່ຂົນສົ່ງສິນຄ້າຂ້າມໄປອາເມລິກາ ຈົນເຮັດໃຫ້ເກີດຜົນກະທົບທາງເສດຖະກິດຈຳນວນຫລາຍ.
ເຊັ່ນດຽວກັບໃນອົດສະຕຣາລີ ແລະ ນິວຊີແລນ ທີ່ມີການຊຸມນຸມໃນລັກສະນະດຽວກັນ ແລະ ເອົາທຸງຊາດການາດາໄປໂບກໃນຂະບວນ ໂດຍມີຈຸດປະສົງເພື່ອຮຽກຮ້ອງໃຫ້ລັດຖະບານຍົກເລີກຂໍ້ຈຳກັດ ລວມທັງການໃຫ້ສິດຜູ້ທີ່ສັກວັກຊີນໃນການເຮັດກິດຈະກຳຕ່າງໆ.
ອ້າງອີງ: https://www.france24.com/…/20220210-paris-police-say…
https://edition.cnn.com/…/paris-freedom…/index.html
https://www.washingtonpost.com/…/australia-trucker…/

