ແຂວງບໍ່ແກ້ວ ເກັບລາຍຮັບ ປະຈໍາ 2021 ປະຕິບັດໄດ້ 336 ຕື້ກີບ ເທົ່າກັບ 82% (ບໍ່ບັນລຸເປົ້າໝາຍ)

ເມື່ອບໍ່ດົນຜ່ານມານີ້ ພະແນກການເງິນແຂວງ ບໍ່ແກ້ວ ເປີດກອງປະຊຸມສະຫຼຸບວຽກງານແຜນການ- ການເງິນທົ່ວແຂວງ ປະຈໍາປີ 2021 ແລະ ທິດທາງແຜນການ ປະຈໍາປີ 2022 ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ມີບັນດາຄະນະທີມງານມາຈາກກະຊວງການເງິນ, ຄະນະນຳພະແນກການອ້ອມຂ້າງແຂວງ, ສອງກອງບັນຊາການ ປກຊ-ປກສ, ມີຮອງເຈົ້າເມືອງ, ຫົວໜ້າຫ້ອງການ-ການເງິນ, ຫົວໜ້າຫ້ອງການແຜນການ-ການລົງທຶນ 5 ເມືອງ, ບັນດາຫົວໜ້າຂະແໜງອ້ອມຂ້າງພະແນກການເງິນ ແລະ ສາມຂະແໜງການສາຍຕັ້ງເຂົ້າຮ່ວມ.
ໃນພິທີທ່ານ ສົມຫວັງ ລໍຫວັນໄຊ ຫົວໜ້າພະແນກການເງິນ ແຂວງບໍ່ແກ້ວ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານ ປະຈຳປີ 2021 ດັ່ງນີ້ : ແຜນການເກັບລາຍຮັບ ປະຈໍາປີ 2021 ລວມທັງສູນກາງ ແລະ ທ້ອງຖິ່ນ: ຈໍານວນ 410 ຕື້ກີບ, ປະຕິບັດໄດ້: 336,ຕື້ກີບ, ເທົ່າກັບ 82% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 1,27% ໃນນີ້: ລາຍຮັບພູດສູນກາງ: ແຜນການປີ 2021: ຈໍານວນ 270,17 ຕື້ກີບ, ປະຕິບັດໄດ້: 199,83ຕື້ກີບ, ລາຍຮັບທ້ອງຖິ່ນ: ແຜນການປີ 2021 ຈໍານວນ 139,87 ຕື້ກີບ, ປະຕິບັດໄດ້: 136,41 ຕື້ກີບ, ເທົ່າກັບ 97,52% ຂອງແຜນການປີ, ຮັບດູ່ນດ່ຽງຈາກສູນກາງ ໃນປີ 2021: ຈໍານວນ 148,840 ຕື້ກີບ, ເທົ່າກັບ 98,79% ຂອງແຜນການປີ.
ທິດທາງແຜນການປະຈຳປີ 2022. ຄາດຄະເນຕົວເລກດ້ານລາຍຮັບງົບປະມານ ແຜນລາຍຮັບທັງໝົດ: 440,27 ຕື້ກີບ, ຄາດຄະເນຕົວເລກລາຍຈ່າຍງົບປະມານ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. ລາຍຈ່າຍບໍລິຫານປົກກະຕິ: 266,50 ຕື້ກີບ, ຮັບດຸ່ນດ່ຽງຈາກສູນກາງ: 121,40 ຕື້ກີບ, ນັບແຕ່ວັນທີ 18 ຕຸລາ 2021 ຫາວັນທີ 20 ມັງກອນ 2022 ໄດ້ຂຶ້ນບັນຊີລົດໄດ້ທັງໝົດ 1.383 ຄັນ ໃນນີ້: ປະເພດລົດໃຫຍ່ 883 ຄັນ, ລົດຈັກ 500 ຄັນ, ໄດ້ແກ້ໄຂເລີ່ມແຕ່ວັນທີ 18 ຕຸລາ 2021 ຫາວັນທີ 20 ມັງກອນ 2022 ຈໍານວນ 1.204 ຄັນ, ໃນນີ້ມີ: ປະເພດລົດໃຫຍ່ ຈໍານວນ 747 ຄັນ, (ໃນນີ້: ລົດປ້າຍສີຟ້າ 107 ຄັນ), ລົດຈັກ ຈໍານວນ 457 ຄັນ, ຍັງຄ້າງແກ້ໄຂ ຈໍານວນ 179 ຄັນ, ໃນນີ້ມີ: ລົດໃຫຍ່ ຈໍານວນ 136 ຄັນ, ລົດຈັກ ຈໍານວນ 43 ຄັນ ແລະ ສາມາດສ້າງລາຍຮັບມອບເຂົ້າງົບປະມານຂອງລັດ ຈໍານວນ 24,49 ຕື້ກີບ, ສະກັດກັ້ນການລັກລອບຕາມລຳແມ່ນໍ້າຂອງ ແລະ ຈັບກຸມຄະດີນໍ້າມັນໄດ້ທັງໝົດ 06 ຄະດີ,ຈໍານວນ 71.800 ລິດ, ລາຍຮັບທີ່ໄດ້ຈາກການປັບໄໝ ແລະ ຂາຍເຄື່ອງຮີບທັງໝົດ 870,11 ລ້ານກີບ. ໃນວັນທີ 27 ຕຸລາ 2021 ແລະ ໄດ້ຄວບຄຸມຜູ້ຂັບຂີ່ລົດມາກວດຕົວຈິງຢູ່ກອງບັນຊາການ ປກສ ແຂວງ ຈິ່ງໄດ້ພົບເຫັນຂອງກາງປະເພດຢາບ້າ ຈຳນວນ 262 ເປົາ, 27.832 ມັດ, ເທົ່າກັບ 55.664,000 ເມັດ, ເທົ່າກັບ 5.556 ກິໂລ ແລະ ຢາໄອ້ ຈຳນວນ 65 ເປົາ, ເທົ່າກັບ1,537 ກິໂລ ແລະ ວຽກງານອື່ນໆ.
ຈາກນັ້ນ ບັນດາຄະນະຮັບຜິດຊອບຈາກກະຊວງ, ພະແນກການ, ຫ້ອງການ, ການເງິນເມືອງ 5 ເມືອງໄດ້ພັດປຽນກັນປະກອບຄຳເຫັນເພື່ອສ້າງແຜນໃນປີ 2022 ໃຫ້ເຄື່ອນໄຫວຢ່າງຖືກຕ້ອງຕາມແນວທາງການປ່ຽນແປງໃໝ່ຂອງກະຊວງວາງອອກຢ່າງເຂັ້ມງວດ.
ໂອກາດນີ້ ທ່ານ ປອ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ໄດ້ມີຄຳເຫັນໂອ້ລົມໃຫ້ ເອົາໃຈໃສ່ເພີ່ມທະວີວຽກງານສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນທົ່ວຂະແໜງແຜນການ-ການເງິນ ໃຫ້ມີການຫັນປ່ຽນທາງດ້ານແນວຄິດ ແລະ ຈິນຕະນາການ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ຕ້ອງມີທັດສະນະຮັບໃຊ້ ແລະ ການບໍລິການທີ່ດີ ບໍ່ສ້າງຄວາມຫ້ຍຸງຍາກ ແລະ ກົດໜ່ວງທ່ວງດຶງໃຫ້ຜູ້ມາພົວພັນວຽກງານ ໂດຍສະເພາະແມ່ນຜູ້ດຳເນີນທຸລະກິດ ເຊິ່ງຈະກະທົບເຖິງຄວາມເຊື່ອໝັ້ນຕໍ່ການບໍລິຫານຂອງລັດ. ຕ້ອງປັບປຸງແບບແຜນວິທີເຮັດວຽກ, ວິທີນໍາພາ, ປຶກສາຫາລືເປັນໝູ່ຄະນະ ກຳນົດຈຸດສຸມແຜນວຽກ ແລະ ມາດຕະການຈັດຕັ້ງປະຕິບັດໃຫ້ລະອຽດ ພ້ອມທັງຕິດຕາມກວດກາ ແລະ ປະເມີນຜົນວຽກງານ ໃນແຕ່ລະຂົງເຂດທີ່ຂື້ນກັບຄວາມຮັບຜິດຊອບຂອງຄະນະນໍາສອງຂະແໜງການໃຫ້ເປັນປົກກະຕິຕໍ່ເນື່ອງ.

