ສາທາຍີ່ປຸ່ນໄຟຂຽວ ຢາເມັດປິ່ນປົວໂຄວິດຂອງ Pfizer ເພີ່ມທາງເລືອກສຳລັບຜູ້ປ່ວຍອາການບໍ່ຮຸນແຮງ

ວັນທີ 10 ກຸມພາ 2022, ກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການຍີ່ປຸ່ນ ອະນຸມັດການໃຊ້ຢາແພັກໂລວິດ (Paxlovid) ເຊິ່ງເປັນຢາເມັດປິ່ນປົວພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ) ແບບຮັບປະທານ ທີ່ຜະລິດໂດຍ Pfizer Inc. ບໍລິສັດການຢາຍັກໃຫຍ່ຂອງອາເມລິກາ ເພື່ອເພີ່ມທາງເລືອກໃນການປິ່ນປົວສຳລັບຜູ້ປ່ວຍອາການບໍ່ຮຸນແຮງ.
ການອະນຸມັດເບື້ອງຕົ້ນມີຂຶ້ນຫລັງຈາກຄະນະກຳມະການຂອງກະຊວງດັ່ງກ່າວອະນຸມັດການໃຊ້ຢາດັ່ງກ່າວ ຂະນະຈຳນວນຜູ້ຕິດເຊື້ອໂຄວິດເພີ່ມຂຶ້ນຈາກການຕິດເຊື້ອໄວຣັສຊະນິດກາຍພັນສາຍພັນໂອມິຄຣອນ ໂດຍແພັກໂລວິດເປັນຢາເມັດປະກອບມີຢາຕ້ານໄວຣັສ 2 ລາຍການ ໄດ້ແກ່ ເນີມາເທລເວຍ (Nirmatrelvir) ແລະ ຣິໂທນາເວຍ (Ritonavir).
ທັງນີ້ ແພັກໂລວິດຈະເປັນຢາຮັບປະທານຊະນິດທີ 2 ໃນຍີ່ປຸ່ນ ທີ່ໃຊ້ສຳລັບປິ່ນປົວອາການປ່ວຍບໍ່ຮຸນແຮງຈາກພະຍາດໂຄວິດ ແລະ ຄາດວ່າກະຊວງດັ່ງກ່າວຈະເລັ່ງຂະບວນການອະນຸມັດທີ່ກ່ຽວຂ້ອງໃຫ້ສຳເລັດໃນມໍ່ໆນີ້ ເຊິ່ງຈະນຳໄປສູ່ການສຳຮອງຢາໃຫ້ພຽງພໍສຳລັບປະຊາຊົນ 40.000 ຄົນ ຕາມແຜນການຂອງລັດຖະບານຍີ່ປຸ່ນ.
ຍີ່ປຸ່ນໄດ້ເຮັດຂໍ້ຕົກລົງກັບ Pfizer Inc. ສາຂາຍີ່ປຸ່ນ ໃນການຈັດຫາຢາຈຳນວນພຽງພໍສຳລັບປະຊາຊົນ 2 ລ້ານຄົນພາຍໃນປີນີ້ ໂດຍທ່ານ ຊິເງຍູກິໂກໂຕ ລັດຖະມົນຕີກະຊວງດັ່ງກ່າວ ກ່າວວ່າ: ຢາແບບຮັບປະທານຈະມີບົດບາດສຳຄັນໃນການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດອາການບໍ່ຮຸນແຮງ.
ອ້າງອີງ:
ສຳນັກຂ່າວຊິນຮົວ

