ຄັ້ງທຳອິດໃນຮອບ 31 ປີ, ລາຄາປີ້ເຂົ້າຊົມນັດຊີງຊະນະເລີດ ຊາຍ-ຍິງ ເທັນນິສ ວິມເບິລດັນ 2022 ເທົ່າກັນ

ເດລີ ເມລ ສື່ກິລາຊື່ດັງຂອງອັງກິດ ອອກມາເປີດເຜີຍລາຄາປີ້ເຂົ້າຊົມໃນຮອບຊີງຊະນະເລີດຂອງ ການແຂ່ງຂັນ ເທັນນິສ ວິມເບິລດັນ 2022 ທີ່ຈະແຂ່ງຂັນໃນກາງປີນີ້ ຢູ່ນະຄອນຫລວງລອນດອນ ປະເທດອັງກິດ.

ໂດຍມີລາຍງານວ່າ ປີ 2022 ເປັນຄັ້ງທຳອິດໃນຮອບ 31 ປີ ທີ່ປີ້ໃນນັດຊີງຊະນະເລີດຂອງທັງ ປະເພດຊາຍ ແລະ ຍິງ ຈະມີລາຄາເທົ່າກັນໃນລາຄາ 240 ປອນ.

ເຊິ່ງລາຄານັດຊີງຊະນະເລີດໃນຄັງຫລ້າສຸດນັ້ນ ນັດຊີງຊະນະເລີດປະເພດຊາຍດ່ຽວມີລາຄາຢູ່ທີ່ 240 ປອນ ໃນຂະນະທີ່ ນັດຊີງຊະນະເລີດຝັ່ງຍິງດ່ຽວຢູ່ທີ່ 200 ປອນ ເຊິ່ງເປັນຄັ້ງທຳອິດໃນຮອບ 31 ປີ ທີ່ລາຄາປີ້ນັດຊີງຊະນະເລີດຈະມີລາຄາທີ່ເທົ່າກັນ.

ສຳລັບການແຂ່ງຂັນ ເທັນນິສ ວິມເບິລດັນ ແກຣນສະແລມທີ 3 ຂອງປີນີ້ ຈະມີຂຶ້ນໃນວັນທີ 27 ມິຖຸນາ – 10 ກໍລະກົດນີ້.