ເລຂາທິການໃຫຍ່, ປະທານປະເທດ ເນັ້ນການນຳແຂວງຫລວງນໍ້າທາ ຜັນຂະຫຍາຍ 2 ວາລະແຫ່ງຊາດໃຫ້ເປັນຮູບປະທຳ

ວັນທີ 8 ກຸມພານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການປົກຄອງແຂວງຫຼວງນ້ຳທາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ເນັ້ນໃຫ້ພະນັກງານການນຳແຂວງ ແລະ ພະນັກງານຫລັກແຫລ່ງແຂວງດັ່ງກ່າວສຸມໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫ່ຍຄັ້ງທີ VIII ອົງຄະນະພັກແຂວງ ແລະ ແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX ຂອງແຂວງ ແລະ ຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທຳຫລາຍຂຶ້ນ.

ເລຂາທິການໃຫຍ່, ປະທານປະເທດ ເນັ້ນວ່າ:ເພື່ອບັນລຸເປົ້າໝາຍຕ່າງໆ ຕ້ອງໄດ້ຍົກລະດັບການເມືອງແນວຄິດໃຫ້ແກ່ຜູ້ປະກອບການທຸລະກິດ, ປະຊາຊົນບັນດາເຜົ່າເພື່ອປະຕິບັດສິດ-ພັນທະຂອງຕົນໃນພາລະ ກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຫລາຍຂຶ້ນ, ຂຸດຄົ້ນ ແລະ ນຳໃຊ້ທ່າແຮງບົ່ມຊ້ອນ, ຄວາມອຸດົມສົມບູນທາງທຳມະຊາດໃຫ້ເກີດປະໂຫຍດສູງສຸດ ເປັນຕົ້ນທ່າແຮງການທ່ອງທ່ຽວ, ພູມອາກາດ, ແຫລ່ງນໍ້າ ແລະ ອື່ນໆ ໂດຍຕິດພັນກັບການຜະລິດເປັນສິນຄ້າສົ່ງອອກ ເພື່ອລຶບລ້າງຄວາມທຸກຍາກຂອງປະຊາຊົນ ແລະ ສ້າງເສດຖະກິດໃຫ້ເຂັ້ມແຂງຕໍ່ເນື່ອງ. ນອກນີ້ຕ້ອງຫັນປ່ຽນແນວຄິດຄອງເດີມ ໄປສູ່ການດຳລົງຊິວິດແບບໃໝ່ ໂດຍສະເພາະການຕ້ານການຟຸມເຟືອຍ ຮູ້ປະຢັດມັດທະຍັດ ສ້າງສະພາບແວດລ້ອມທີ່ດີເພື່ອການຄ້າ, ການທ່ອງທ່ຽວ ແລະ ການລົງທຶນ; ການປ້ອງກັນຊາດ-ປ້ອງກັນຄວາມ ສະ ຫງົບໃຫ້ປະຊາຊົນມີສ່ວນຮ່ວມປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ ແລະ ແກ້ໄຂບັນຫາຢາເສບຕິດ, ສືບຕໍ່ຍົກສູງສະຕິ ແລະ ຄວາມເປັນເອກະພາບທົ່ວສັງຄົມໃນການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມພະຍາດໂຄວິດ-19 ຢ່າງເຂັ້ມງວດຕາມມາດຕະການຜ່ອນ ຜັນທີ່ວາງອອກ.

