ປກສ ເມືອງບຸນເໜືອ ທຳລາຍອາວຸດລ່າເນື້ອ ແລະ ໝໍ້ຊ໊ອດປາ ຫລາຍລາຍການ

ເມື່ອບໍ່ດົນຜ່ານມາ, ກອງບັນຊາການ ປກສ ເມືອງບຸນເໜືອ ແຂວງຜົ້ງສາລີ ໄດ້ທຳລາຍອາວຸດລ່າເນື້ອ 400 ກະບອກ, ໃນນີ້ປືນເເກັບ 397 ກະບອກ, ປືນເບີ 2 ກະບອກ, ປືນລົມ 1 ກະບອກ, ໝໍ້ຊ໊ອດປາ 10 ໜ່ວຍ ແລະ ໝໍ້ໄຟຟ້າ 7 ໜ່ວຍ.
ທ່ານ ພັຕ ຄຳສີງ ອຸດວງວິໄລ ຮອງຫົວໜ້າກອງບັນຊາການ ປກສ ເມືອງ, ຜູ້ຊີ້ນຳພະແນກຄຸ້ມຄອງພົນ ລະເມືອງ ແລະ ກໍ່ສ້າງຮາກຖານ ລາຍງານວ່າ: ຜ່ານມາ ໄດ້ຈັດຕັ້ງເຜີຍແຜ່ຄໍາສັ່ງ, ຂໍ້ຕົກລົງຕ່າງໆ ທັງໄດ້ຜັນຂະຫຍາຍເປັນແຜນການ, ຫລັກການ, ລະບຽບການ ໂດຍການອອກແຈ້ງການແນະນໍາການຄຸ້ມຄອງອາຊີບ-ພາຫະນະພິເສດ. ຂະນະດຽວກັນກໍໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງແລກປ່ຽນຂໍ້ມູນຢ່າງຈະແຈ້ງ, ເກັບກໍາກວດຜ່ານຢັ້ງຢືນເອກະສານຂໍຂຶ້ນທະບຽນອາວຸດສິກ, ຕາປະທັບ, ປືນກິລາ ຖືກຕ້ອງຕາມລະບຽບການ, ໄດ້ຈັດຕັ້ງເຜີຍແຜ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນເຮັດໃຫ້ປະຊາ ຊົນຕື່ນຕົວມີສ່ວນຮ່ວມປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

