ຕັດຂາດ! ໄນກີ້ ປະກາດ ຍົກເລີກສັນຍາ ກຣີນວູດ ຖາວອນ.

ໄນກີ້ ບໍລິສັດຜະລິດອຸປະກອນກິລາຍັກໃຫຍ່ ໄດ້ປະກາດຢຸດການສະໜັບສະໜຸນໃຫ້ກັບ ເມສັນ ກຣີນວູດ ກອງໜ້າຂອງ ແມນເຊສເຕີ ຢູໄນເຕັດ ຢ່າງເປັນທາງການ ຫຼັງຈາກມີປັນຫາດ້ານຄະດີຄວາມ.

ກ່ອນໜ້ານີ້ ໄນກີ້ ໄດ້ປະກາດຢຸດຄວາມສໍາພັນກັບ ກຣີນວູດ ຊົ່ວຄາວໃນຂະນະທີ່ດາວຍິງໄວ 20 ປີ ຖືກຕໍາຫຼວດຈັບ ພ້ອມຕັ້ງຂໍ້ຫາຂົ່ມຂືນລ່ວງລະເມີດທາງເພດ ແລະ ຂູ່​ວ່າ​ຈະ​ຂ້າ​ນັກ​ຮຽນ​ຍິງ​ໄວ 18 ປີ.

ຈົນລ່າສຸດ ໄນກີ້ ໄດ້ອອກມາຢືນຢັນສິ້ນສຸດຄວາມສໍາພັນກັບນັກກິລາບານເຕະຂອງ ຜີສາດແດງ ຢ່າງເຕັມຮູບແບບ ​ເຖິງ​ວ່າ​ຈະ​ຖືກ​ອະນຸຍາດ​ໃຫ້​ປະກັນ​ຕົວ ​ໂດຍ​ຍັງ​ຈະມີການ​ສືບ​ຕໍ່​ການ​ສືບສວນ​ຄະດີອີກຕໍ່ໄປ.

“ເມສັນ ກຣີນວູດ ບໍ່ໄດ້ເປັນນັກກິລາຂອງ ໄນກີ້ ອີກຕໍ່ໄປ” ໄນກີ້ ໄດ້ກ່າວສັ້ນໆໃນວັນທີ 7 ກຸມພາ.