ປກສ ເມືອງໄຊເສດຖາ ຈັບຜູ້ຂາຍຢາເສບຕິດ ແລະ ຂະຫຍາຍຜົນຈັບໄດ້ເພີ່ມ 4 ຄົນ

ວັນທີ 2 ກຸມພາ 2022 ຜ່ານມາ, ກອງບັນຊາການ ປກສ ເມືອງໄຊເສດຖາ ນະຄອນຫລວງວຽງຈັນໄດ້ເປົ້າໝາຍຄ້າຂາຍຢາເສບຕິດ (ຢາບ້າ) ຢູ່ບ້ານຄໍາສະຫວາດ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ເບື້ອງຕົ້ນຈັບໄດ້ 1 ຄົນ ຊື່ ທ້າວ ດາລາ ຫລື ກ໋ອກ ອາຍຸ 39 ປີ ພ້ອມດ້ວຍຂອງກາງຢາບ້າ 4.767 ເມັດ ແລະ ຢາໄອ້ 1 ຖົງນ້ອຍ ຢູ່ກ້ອງໂຕະໃນຫ້ອງນອນຂອງຜູ້ກ່ຽວ.

ไม่มีคำอธิบาย

ຜ່ານການຂະຫຍາຍຜົນສອບສວນ ທ້າວ ດາລາ ຫລື ກ໋ອກ ຮັບສາລະພາບວ່າ: ຢາບ້າ ແລະ ຢາໄອ້ ຈໍານວນດັ່ງກ່າວ ໄດ້ຊື້ຕິດໜີ້ມາຈາກ ທ້າວ ໂຕ່ໂປ້ ອາຍຸ 33 ປີ ຢູ່ບ້ານດອນວັງໂພ ເມືອງປາກງື່ມ ນະຄອນຫລວງວຽງຈັນ ເພື່ອນໍາມາຂາຍຕໍ່.

ພາຍຫລັງເຈົ້າໜ້າທີ່ໄດ້ຂໍ້ມູນແລ້ວຈື່ງໄດ້ວາງແຜນຈັບກຸມ ທ້າວໂຕ່ໂປ້, ເວລາ 13:00 ໂມງ ວັນດຽວກັນ ກໍສາມາດຈັບຊື່ ທ້າວ ໂຕ່ໂປ້ ແລະ ທ້າວ ສອນໄຊ ອາຍຸ 37 ປີ ອາຊີບຄ້າຂາຍ ຢູ່ບ້ານຊຽງດາ ເມືອງ ໄຊເສດຖາ ໃນຂະນະກໍາລັງ ຕິດຕໍ່ພົວພັນໃຫ້ມາເອົາເງິນຄ່າຢາບ້າ ນໍາຢູ່ເຮືອນທ້າວ ດາລາ ຫລື ກ໋ອກ, ເຈົ້າໜ້າທີ່ໄດ້ກວດຄົ້ນຕົວ ແລະ ລົດໂຕໂຢຕ້າປຣາໂດ ສີຂາວ ໝາຍເລກທະບຽນ ວວ 9999 ໄຊຍະບູລີ ທີ່ພວກກ່ຽວ 2 ຄົນຂັບຂີ່ມາ ພົບຢາເສບຕິດ (ຢາບ້າ) 8 ມັດເທົ່າກັບ 16.000 ເມັດ ຢູ່ໃນຕັບໂລ້.

ไม่มีคำอธิบาย

 

ຜ່ານການສອບສວນພວກກ່ຽວຮັບສາລະພາບວ່າ ຢາບ້າຈໍານວນດັ່ງກ່າວ ແມ່ນຂອງພວກກ່ຽວ ຊື້ມາຈາກ ທ້າວ ອາລຸນ ອາຍຸ 21 ປີ ຄ້າຂາຍ ຢູ່ບ້ານ ໜອງບົວທອງ ເມືອງປາກງື່ມ ນະຄອນຫລວງວຽງຈັນ, ຮອດເວລາ 14:00 ໂມງ ວັນດຽວກັນ ສາມາດຈັບຕົວ ທ້າວ ອາລຸນ ແລະ ທ້າວ ຄັນທະນູ ອາຍຸ 23 ປີ ພ້ອມຂອງກາງຢາເສບຕິດ (ຢາໄອ້) 1 ຖົງນ້ອຍ. ຢູ່ບ້ານ ດອນວັງໂພ ເມືອງປາກງື່ມ ນະຄອນຫລວງວຽງຈັນ, ເຊິ່ງທັງສອງຄົນເປັນຄົນບ້ານສະຫວ່າງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.

ປັດຈຸບັນ ການດຳເນີນຄະດີດັ່ງກ່າວ ຢູ່ໃນຂັ້ນຕອນຂອງການສືບສວນ-ສອບສວນ ເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການຕໍ່ໄປ.

ไม่มีคำอธิบาย

ຂໍ້ມູນ: ປກສ ນະຄອນຫລວງວຽງຈັນ