ເຊເນກັລ ຄວ້າແຊັມ ອັບຟຣິກາ ຄັຟ ສະໃໝທຳອິດ ຫຼັງດວນລູກໂທດຊະນະ ອີຢິບ.

ການແຂ່ງຂັນບານເຕະ ອັບຟຣິກາ ຄັຟ ອັອຟນາຊັ່ນ 2021 ຮອບສຸດທ້າຍແມ່ນການຊີງກັນລະຫວ່າງ ເຊເນກັລ ກັບ ອີຢິບ ທີ່ແຂ່ງຂັນຢູ່ທີ່ສະຫນາມກິລາໂອລິມເບ້ໃນນະຄອນຫຼວງ ກຸງຍາອຸນເດ້ ຂອງປະເທດເຈົ້າພາບ ແຄມເມີຣູນ.

ອາລິຢູ ຊິສເຊ ຫົວໜ້າຄູຝຶກຂອງເຊເນການ ເລືອກຈັດທີມມາໃນລະບົບ 4-2-3-1 ໂດຍໃຊ້ກອງໜ້າຂອງເປົ້າໝາຍ ຂະນະທີ່ ຟາມາຣາ ດິເອຈິອູ ເຮັດເກມບຸກໃຫ້ກັບ ອິສມາລາ ຊາ, ອິດຣິສຊາ ເກ ແລະ ຊາດິໂອ ມາເນ່.

ດ້ານອີຢິບຂອງ ຄາຣອສ ເຄຍຣອສ ວາງເກມມາໃນແບບ 4-3-3 ໂດຍໃຊ້ສາມປະສານແດນໜ້າເປັນ ໂມຮາເໝັດ ຊາລ່າ, ມອສຕາໂຟ ໂມຮາເໝັດ ແລະ ໂອມານ ມາມູສ.

ເລີ່ມເກມໄດ້ພຽງ 7 ນາທີເທົ້ານັ້ນ ເປັນຝ່າຍຂອງ ເຊເນການ ໄດ້ລູກຈຸດໂທດຈາກຈັງຫວະທີ່ ຊາລີຢູ ຊິດ ໄປຖືກ ໂມຮາເໝັດ ອັບເດລໂມເນມ ສຽບສະກັດລົ້ມລົງ ແຕ່ນັກສັງຫານຢ່າງ ຊາດິໂອ ມາເນ່ ຍິງເຂົ້າກາງປະຕູແຕ່ຖືກ ໂມຮາເໝັດ ອາບູກາບານ ລົ້ມໂຕປັດຖິ້ມອອກໄດ້, ກ່ອນຈົບເຄິ່ງເວລາທຳອິດ ສະເໝີກັນ 0-0

ເຄິ່ງເວລາທີສອງຍັງບໍ່ມີປະຕູ ເກມຈົບລົງເວລາປົກກະຕິ 90 ນາທີ ທັງສອງທີມຍັງສະເໝີກັນ 0-0, ຕ້ອງຕໍ່ເວລາພິເສດເພີ່ມອີກ 30 ນາທີ ເຊິ່ງຍັງເຮັດຫຍັງກັນບໍ່ໄດ້ ເຊິ່ງຕ້ອງໄດ້ຕັດສິນດ້ວຍການຍິງຈຸດໂທດ

ໃນການດວນຈຸດໂທດ ກາຍເປັນ ເຊເນກັລ ທີ່ຍິງແມ້ນກ່ອນ ເອົສຊະນະໄປໄດ້ 4-2 ຄວ້າແຊັມ ອັບຟຣິກາ ຄັຟ ອັອຟນາຊັ່ນ ໄປຄອງໄດ້ສຳເລັດ.