ໂຣດຣີເກສ ຊະນະຄະແນນ ຄູເອດຣາສ ຄວ້າແຊ໊ມໂລກ WBC

ຄາລອສ ຄູເອດລາສ ຫມົດລິດ ຖືກຂອງດີນັກມວຍຮຸ່ນນ້ອງ ເຈສຊີ ໂຣດຣີເກສ ສອນມວຍ ເຮັດໃຫ້ພາດສາຍແອວແຊ໊ມໂລກ WBC ໃນຮຸ່ນຊຸບເປີຟລາຍເວດໄປຢ່າງຫນ້າດາຍ.
ວັນທີ 6 ກຸມພານີ້ ການແຂ່ງຂັນມວຍສາກົນຊີງແຊ໊ມໂລກ ທີ່ສັງວຽນຟຸດປຣິນ ເຊັນເຕີ ລັດແອຣິໂຊນາ ປະເທດສະຫະລັດ ອາເມລິກາ ເຊິ່ງຄູເອກເປັນການຊີງແຊ໊ມໂລກສາຍແອວຫວ່າງ ຮຸ່ນຊຸບເປີຟລາຍເວດ 115 ປອນ ຂອງສະພາມວຍໂລກ (WBC) ລະຫວ່າງ ຄາລອສ ຄູເອດຣາສ ຮອງອັນດັບ 3 ຊາວແມັກຊີໂກ ພົບກັບ ເຈສຊີ ໂຣດຣີເກສ ນັກຊົກອະນາຄົດໄກ ອາຍຸ 22 ປີ ຊາວອາເມລິກາ ເຊິ່ງຂຶ້ນຊົກແທນ ແຫລມ ສີສະເກສ ນະຄອນຫລວງໂປຣໂມຊັນ ນັກຊົກຊາວໄທ.
ໃນການຊົກຄັ້ງນີ້ ເຈສຊີ ໂຣດຣີເກສ ທີ່ຫນຸ່ມກວ່າ ໂຊຄວາມສົດໄລ່ຊົກ ຄູເອສລາສ ລົງໄປນັບ 8 ໃນຍົກທີ 3 ຈາກນັ້ນນັກຊົກຊາວອາເມລິກາ ກໍຍັງຄົງໂຊຈັງຫວະຊັ້ນເຊີງ ແລະ ຄວາມໄວທີ່ເຫນືອກວ່າຈົນຄົບ 12 ຍົກ.
ເຊິ່ງຈາກການລວມຄະແນນປະກົດວ່າ ເຈສຊີ ໂຣດຣີເກສ ເປັນຝ່າຍເອົາຊະນະຄະແນນ ຄາລອສ ຄູເອດຣາສ ໄປແບບເປັນເອກະພາບ 117-110, 117-110 ແລະ 115-112 ຄວ້າແຊ໊ມໂລກໄປຄອງໃນທີ່ສຸດ.
ນອກຈາກນີ້ ເຈສຊີ ໂຣດຣີເກສ ຍັງເພີ່ມສະຖິຕິບໍ່ເຄີຍເສຍຂອງຕົນເອງເປັນຊະນະລວດ 15 ຄັ້ງ ແລະ ເປັນການນ໊ອກເຖິງ 10 ຄັ້ງ.

