ເກີດອຸບັດຕິເຫດ ລົດຮຸນໄດຕຳກັບລົດບັນທຸກ ບາດເຈັບ 3 ຄົນ

ອີງຕາມການລາຍງານຂອງ ໜວ່ຍກູ້ຊີບອົງການກາແດງແຂວງບໍ່ແກ້ວ ວ່າ: ໃນວັນທີ 3 ກຸມພາ 2022 ຜ່ານມາ, ໄດ້ລົງກວດເຫດ ແລະ ຊ່ວຍເຫລືອຄົນເຈັບຈາກອຸບັດຕິເຫດລົດຮຸນໄດຕຳກັບລົດບັນທຸກ ຢູ່ບ້ານດອຍທ່າຟ້າ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ເມື່ອໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄປຮອດສະຖານທີ່ເກີດເຫດພົບເຫັນຜູ້ບາດເຈັບ 3 ຄົນ.
ອາການບາດເຈັບເບື້ອງຕົ້ນ: ຜູ້ທີ 1: ເພດຊາຍ ສັນຊາດລາວ ອາຍຸ 48 ປີ ມີບາດແຜຂາເບື້ອງຊ້າຍຫັກເປີດ ແລະ ຂາເບື້ອງຂວາບວມ, ຜູ້ທີ 2: ເພດຍິງ ສັນຊາດລາວ ອາຍຸ 55 ປີ ມີບາດແຜ ຫົວຈີກເປັນບາດແຜໃຫຍ່ ແລະ ແຂນບວມທັງສອງເບື້ອງ, ຜູ້ທີ 3: ເພດຊາຍ ສັນຊາດລາວ ອາຍຸ 59 ປີ ມີບາດແຜ:ຫົວຈີກເປີດ ທັງ 3 ຄົນ ຢູ່ບ້ານໜອງບົວ ເມືອງສິງ ແຂວງຫລວງນ້ຳທາ. ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄດ້ປະຖົມພະຍາບານເບື້ອງຕົ້ນໃຫ້ຜູ້ບາດເຈັບກ່ອນນຳສົ່ງໂຮງໝໍແຂວງບໍ່ແກ້ວເພື່ອຮັກສາຕົວຕໍ່.

