ຜູ້ຮັກສາປະຕູຄົນທຳອິດໃນຮອບ 6 ປີ ເດ ເຄອາ ຄວ້າລາງວັນດີເດັ່ນ ພຣີເມຍລີກ ເດືອນມັງກອນ

ດາບິດ ເດ ເຄອາ ຜູ້ຮັກສາປະຕູມີກາວແຫ່ງ ແມນເຊສເຕີ ຢູໄນເຕັດ ຄວ້າລາງວັນນັກເຕະດີເດ່ັນແຫ່ງພຣີເມຍລີກ ປະຈຳເດືອນມັງກອນ 2022 ໄດ້ສຳເລັດ.
ພຣີເມຍລີກ ໄດ້ປະກາດລາງວັນນັກເຕະ ແລະ ຜູ້ຈັດການທີມດີເດ່ັນປະຈຳເດືອນມັງກອນ 2022 ອອກມາເປັນທີ່ຮຽບຮ້ອຍແລ້ວ.
ໂດຍທີ່ນັກເຕະດີເດັ່ນຂອງເດືອນນີ້ຕົກເປັນຂອງ ດາບິດ ເດ ເຄອາ ຜູ້ຮັກສາປະຕູມືກາວແຫ່ງ ແມນເຊສເຕີ ຢູໄນເຕັດ ໂດຍສາມາດເອົາຊະນະອີກ 5 ນັກເຕະຟອມຮ້ອນແຮງ ຢ່າງ ຈາຣອດ ໂບເວັນ, ເຄວິນ ເດິ ບຣອຍ, ແຈັກ ແຮຣິສັນ, ເຈົາ ມູຕິນໂຢ ແລະ ເຈມ ວອດ-ພຣາວ.
ນອກຈາກນີ້ໄຊຊະນະໃນຄັ້ງນີ້ຂອງ ເດ ເຄອາ ຍັງເປັນຜູ້ຮັກສາປະຕູຄົນທຳອິດທີ່ຄວ້າລາງວັນນີ້ໃນຮອບ 6 ປີ ເຊິ່ງຄົນສຸດທ້າຍທີ່ເຮັດໄດ້ຄື ເຟຣເຊີ ຟອສເຕີ ໃນປີ 2016 ໂດຍຜົນງານຂອງ ເດ ເຄອາ ໃນເດືອນມັງກອນທີ່ຜ່ານມາ ເສຍພຽງ 4 ປະຕູ ຈາກ 4 ເກມທີ່ຜ່ານມາ ແລະ ປ້ອງກັນປະຕູໄດ້ 22 ຄັ້ງ ໃນພຣີເມຍລີກ ພາທີມຂຶ້ນຄອງອັນດັບ 4 ຂອງລີກເວລານີ້.
ຂະນະດຽວກັນ ຜູ້ຈັດການທີມດີເດ່ັນຂອງເດືອນນີ້ ຄື ບຣູໂນ ລາດ ຜູ້ຈັດການທີມວູບແຮມຕັນ ວັນເດີເລີ ທີ່ສາມາດພາທີມເກັບໄຊຊະນະ 3 ເກມ ໃນພຣີເມຍລີກ ເດືອນມັງກອນນີ້ໄດ້ທັງຫມົດ ແລະ ຄວ້າລາງວັນຜູ້ຈັດການທີມດີເດ່ັນໄປຄອງໄດ້ສຳເລັດ.

