ເລີ່ມແລ່ນທວນໄຟກິລາໂອລິມປິກລະດູໜາວປັກກິ່ງແບບວົງປິດ


ຕາມ CRI, ເວລາ 10 ໂມງ 30 ນາທີວັນທີ 4 ກຸມພານີ້, ການແລ່ນທວນໄຟກິລາໂອລິມປິກລະດູໜາວ 2022 ໄດ້ຈັດຂຶ້ນແບບວົງປິດຢູ່ສວນສາທາລະນະປ່າໄມ້ໂອລິມປິກປັກກິ່ງ ໂດຍນັກແລ່ນຈາກບັນດາປະ ເທດສະມາຊິກໂອລິມປິກໄດ້ສົ່ງຕໍ່ທວນໄຟໂອລິມປິກທີ່ເປັນສັນຍະລັກແຫ່ງແສງສະຫວ່າງ, ຄວາມສາມັກຄີ,ສັນຕິພາບ ແລະ ມິດຕະພາບໄປເຖິງເສັ້ນຜ່າສູນກາງນະຄອນຫຼວງປັກກິ່ງ ເຊິ່ງເປັນຕົວເມືອງທຳອິດທີ່ໄດ້ຈັດກິລາໂອລິມປິກລະດູຮ້ອນ ແລະ ກິລາໂອລິມປິກລະດູໜາວໃນປະຫວັດສາດ ເພື່ອສະແດງໃຫ້ຊາວໂລກໄດ້ເຫັນຈິດໃຈໂອລິມປິກ ທີ່ມີແຕ່ຄວາມສາມັກຄີເປັນເອກະພາບກັນເທົ່ານັ້ນ ຈິ່ງຈະສາມາດບັນລຸເປົ້າໝາຍທີ່ “ໄວກວ່າເກົ່າ, ສູງກວ່າເກົ່າ ແລະ ເຂັ້ມແຂງກວ່າເກົ່າ”.
ນັກແລ່ນທວນໄຟແບບວົງປິດປະກອບມີທ່ານ ໂທມັສ ບັກສ ປະທານຄະນະກຳມະການໂອລິມປິກສາກົນ, ທ່ານ ບັນກີມູນ ປະທານຄະນະກຳມາທິການຈັນຍາທຳຂອງຄະນະກຳມະການໂອລິມປິກສາກົນ, ທ່ານ ອັບດູນລາ ຊາຮິດ ປະທານສະມັດຊາໃຫຍ່ອົງການສະຫະປະຊາຊາດ ແລະ ທ່ານອື່ນໆທີ່ເປັນສະມາຊິກໂອລິມປິກ.

