ປກສ ເມືອງສັງທອງ ຈັບຜູ້ຂາຍພ້ອມຢຶດຢາບ້າໄດ້ 2.000 ເມັດ

ໜັງສືພິມຄວາມສະຫງົບ ລາຍງານວ່າ: ປກສ ເມືອງສັງທອງ ນະຄອນຫຼວງວຽງຈັນ ສາມາດຢຶດຢາບ້າໄດ້ 2.000 ເມັດ ແລະ ຈັບຜູ້ທີ່ພົວພັນກັບຢາຈຳນວນດັ່ງກ່າວມາດຳເນີນຄະດີ.
ພັທ ສົມຈັນ ໜູຝ່ອນ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງສັງທອງ ນະຄອນຫຼວງວຽງຈັນ ລາຍງານວ່າ: ພາຍຫຼັງໄດ້ຮັບແຈ້ງຈາກພົນລະເມືອງດີວ່າ ມີບຸກຄົນບໍ່ດີເຄື່ອນໄຫວຄ້າ-ຂາຍຢາເສບຕິດ (ຢາບ້າ) ຢູ່ເຂດບ້ານທ່ານາສາ ເມືອງສັງທອງ ຈິ່ງໄດ້ແຕ່ງພະນັກງານວິຊາສະເພາະລົງພິສູດແຫຼ່ງຂ່າວ ແລະ ເຫັນວ່າມີມູນຄວາມຈິງ ແລະ ມາຮອດເວລາ 13:00 ໂມງຂອງວັນທີ 9 ພະຈິກ 2021 ສາມາດຕິດຕາມຈັບທ້າວ ຈູ ອາຍຸ 28 ປີ ກໍາມະກອນຢູ່ບ້ານດັ່ງກ່າວພ້ອມທັງກວດຄົ້ນພົບຢາບ້າ 2.000 ເມັດ.

ຜ່ານການສອບສວນຂອງເຈົ້າໜ້າທີ່, ທ້າວ ຈູ ສາລະພາບວ່າ: ໄດ້ເລີ່ມພົວພັນເສບ ແລະ ຄ້າຂາຍຢາເສບຕິດແຕ່ເດືອນກັນຍາ 2021 ໂດຍຢາບ້າທີ່ເອົາມາເສບ ແລະ ຂາຍນັ້ນໄດ້ຊື້ນໍາຊາຍຄົນໜຶ່ງຢູ່ບ້ານປາກຈັນ ເມືອງໝື່ນ ແຂວງວຽງຈັນ ແລະ ໄດ້ຊື້ມາແລ້ວຫຼາຍເທ່ື່ອ ແລະຫລ້າສຸດຊື້ 2.000 ເມັດ. ພາຍຫຼັງໄດ້ຢາບ້າມາແລ້ວ ກໍເອົາມາເສບ ແລະ ແບ່ງຂາຍໃຫ້ໄວໜຸ່ມເຂດບ້ານທ່ານາສາ ຈິ່ງຖືກເຈົ້າໜ້າທີ່ກັກຕົວພ້ອມຂອງກາງດັ່ງກ່າວ.
ປັດຈຸບັນ, ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສັງທອງ ໄດ້ສະຫຼຸບສໍານວນຄະດີ ເພື່ອສົ່ງໃຫ້ໄອຍະການ ດໍາເນີນຄະດີຕາມກົດໝາຍ.

