ມາເນ່ ຍິງປິດທ້າຍ ພາເຊເນກັລ ອັດ ບູກິນາ 3-1 ເຂົ້າໄປລໍຖ້າໃນຮອບຊີງ.

ເຊເນກັລ ຜ່ານເຂົ້າຮອບຊິງຊະນະເລີດເປັນຄັ້ງທີ 3 ແລະ ລຸ້ນໃນການຄວ້າແຊ້ມເປັນຄັ້ງທຳອິດ, ຫຼັງຈາກເອົາຊະນະ ບູກິນາ 3-1 ໃນຮອບຮອງຊະນະເລີດ ເຂົ້າໄປລໍຖ້າຜູ້ຊະນະລະຫວ່າງອີຢິບ ກັບ ເຈົ້າພາບ ແຄມເມີຣູນ ໃນການແຂ່ງຂັນເຕະບານອາຟຣິກາ ຄັຟ 2021.

ຈົບເກມການແຂ່ງຂັນ ເຊເນກັລ ເປັນຝ່າຍເອົາຊະນະ ບູກິນາ 3-1, ເຮັດໃຫ້ພວກເຂົາຜ່ານເຂົ້າຮອບສຸດທ້າຍເປັນຄັ້ງທີ 3. ໃນວັນທີ 6 ກຸມພານີ້ ເພື່ອລຸ້ນແຊັມຄັ້ງທໍາອິດຂອງພວກເຂົາ ທີ່ຈະພົບກັບຜູ້ຊະນະລະຫວ່າງເຈົ້າພາບ ແຄມເມີຣູນ ກັບ ອີຢິບ, ເຊິ່ງຄູ່ນີ້ຈະໄດ້ຫຼີ້ນໃນຮອບ ຕັດເຊືອກ ໃນວັນພະຫັດ ທີ 3 ກຸມພາ ທີ່ສະໜາມກິລາ ໂອເລມເບ.

