10 ອັນດັບນັກເຕະຄ່າຕົວແພງທີ່ສຸດ ໃນຕະຫລາດນັກເຕະເດືອນມັງກອນນີ້

ເປີດ 10 ອັນດັບນັກເຕະຄ່າຕົວແພງທີ່ສຸດໃນຕະຫລາດນັກເຕະເດືອນມັງກອນນີ້ ປີ 2022 ພຣີເມຍລີກ ອັງກິດ ຕິດໃນລາຍຊື່ເຖິງ 7 ຄົນ.

ຄວັນຫລົງຈາກຕະຫລາດນັກເຕະເດືອນມັງກອນ ປີ 2022 ເຊິ່ງປິດຕົວລົງໄປແລ້ວເມື່ອຕອນເດິກວັນທີ 31 ມັງກອນທີ່ຜ່ານມາ ຫລື ກົງກັບເຊົ້າວັນທີ 1 ກຸມພາໃນເວລາປະເທດລາວ, ຫລ້າສຸດສື່ຕ່າງປະເທດໄດ້ເປີດເຜີຍລາຍຊື່ຜູ້ຫລິ້ນ 10 ຄົນທີ່ມີຄ່າຕົວແພງທີ່ສຸດໃນຕະຫລາດຮອບນີ້.

10 ອັນດັບນັກເຕະຄ່າຕົວແພງທີ່ສຸດ ຕະຫລາດນັກເຕະເດືອນມັງກອນ ປີ 2022.

  1. ດູຊານ ວລາໂຮວິດ (ຟີອໍເຣນຕີນາ ໄປ ຢູເວນຕຸສ) 63 ລ້ານປອນ.
  2. ເຟີຣານ ຕໍເຣສ (ແມນເຊສເຕີ ຊິຕີ້ ໄປ ບາເຊໂລນາ) 54 ລ້ານປອນ
  3. ຫຼຸຍ ດິອາຊ (ປໍໂຕ ໄປ ລິເວີພູລ) 50 ລ້ານປອນ.
  4. ບຣູໂນກິມາໄຣ (ໂອລິມປິກ ລີຢົງ ໄປ ນິວຄາສເຊິນ ຢູໄນເຕັດ) 40 ລ້ານປອນ.
  5. ລູຄັສ ດິກເນີ (ເອເວີຕັນ ໄປ ແອສຕັນ ວິນລາ) 25 ລ້ານປອນ.
  6. ຄຣິສ ວູດ (ເບີນລີ ໄປ ນິວຄາສເຊິນ ຢູໄນເຕັດ) 25 ລ້ານປອນ.
  7. ວີຕາລີ ໄມໂຄເລນໂກ (ດີນາໂມ ກຽບ ໄປ ເອຟເວີຕັນ) 18 ລ້ານປອນ.
  8. ຢູຣິ ອັນແບໂຕ (ອິນເຕີເນຊັນແນລ ໄປ ເຊນນິດ ເຊນ ປີເຕີສະເບີກ) 17 ລ້ານປອນ.
  9. ໂຣດຣິໂກ ເບນຕັນກູ (ຢູເວນຕຸສ ໄປ ສະເປີ) 16 ລ້ານປອນ.
  10. ຮູລຽນ ອັນວາເຣສ ( ລິເວີເພລດ ໄປ ແມນເຊສເຕີ ຊິຕີ້) 14 ລ້ານປອນ.