WHO ຊີ້ໂອມິຄຣອນ BA.2 ບໍ່ໄດ້ຮຸນແຮງກວ່າສາຍພັນ BA.1 ວັກຊີນຍັງປ້ອງກັນອາການໜັກໄດ້

ອົງການອະນາໄມໂລກເຜີຍສະຖານະການຂອງເຊື້ອໂອມິຄຣອນ ສາຍພັນຍ່ອຍ BA.2 ຍັງບໍ່ໜ້າເປັນຫ່ວງ ພົບແພ່ເຊື້ອໄວຂຶ້ນແຕ່ບໍ່ເຮັດໃຫ້ມີອາການຮຸນແຮງກວ່າສາຍພັນເກົ່າ.

ວັນທີ 1 ກຸມພາ 2022, ສຳນັກຂ່າວຣອຍເຕີ (Reuters) ລາຍງານການຖະແຫລງຂ່າວຂອງອົງການອະນາໄມໂລກ (WHO) ທີ່ອອກມາລະບຸວ່າ: ເຊື້ອໂຄວິດ-19 ສາຍພັນໂອມິຄຣອນສາຍພັນຍ່ອຍ BA.2 ທີ່ເລີ່ມພົບການລະບາດໃນຫລາຍປະເທດ ບໍ່ໄດ້ເຮັດໃຫ້ເກີດອາການຮຸນແຮງໄປກວ່າສາຍພັນເກົ່າຄື BA.1 ແຕ່ຢ່າງໃດ.

ດຣ. ບໍຣິສ ພາຟລິນ ຈາກຝ່າຍຕອບສະໜອງດ້ານໂຄວິດ-19 ຂອງ WHO ກ່າວວ່າ: ການສັກວັກຊີນຍັງສາມາດປ້ອງກັນອາການໜັກຈາກເຊື້ອໂອມິຄຣອນໃນທຸກໆຮູບແບບໄດ້.

ໂດຍປະເທດທີ່ພົບການລະບາດຂອງສາຍພັນຍ່ອຍ BA.2 ເປັນຫລັກໄດ້ແກ່ ຟີລິບປິນ, ເນປານ, ກາຕາ, ອິນເດຍ ແລະ ເດນມາກ.

ດຣ. ພາຟລິນ ຍັງລະບຸວ່າ: ເມື່ອເບິ່ງຈາກຂໍ້ມູນຂອງແຕ່ລະປະເທດທີ່ BA.2 ເລີ່ມລະບາດ ຍັງບໍ່ພົບວ່າມີອັດຕາການເຂົ້າຮັບການປິ່ນປົວຢູ່ໂຮງໝໍສູງກວ່າຄາດການໄວ້.

ຜົນການສຶກສາໃນເດນມາກຊີ້ວ່າ: ສາຍພັນຍ່ອຍ BA.2 ສາມາດແພ່ເຊື້ອໄດ້ໄວກວ່າສາຍພັນ BA.1 ແລະ ມີຄຸນສົມບັດໃນການຫລົບຫລີກພູມຕ້ານທານຈາກການສັກວັກຊີນໄດ້ຫລາຍກວ່າ.

ເຖິງຢ່າງໃດກໍຕາມ, WHO ຄາດວ່າຈະບໍ່ໄດ້ສົ່ງຜົນຕໍ່ການວາງແຜນຮັບມືຫລາຍ, ແຕ່ຍັງຕ້ອງການຂໍ້ມູນໃນການວິເຄາະເພີ່ມຕື່ມຕໍ່ໄປ.

ອ້າງອີງ:

https://www.reuters.com/…/omicron-subvariant-ba2…/