ມາຮູ້ຈັກກັບສິ່ງທີ່ຕ້ອງຫ້າມ ຫຼື ສິ່ງທີ່ຕ້ອງຄະລຳໃນ 3 ວັນກຸດຂອງຊາວຫວຽດນາມ

1. ບໍ່ໃຫ້ໄຟກັນແຕ່ຫົວປີ
ໄຟມີສີແດງ ເປັນສັນຍະລັກແຫ່ງຄວາມໂຊກດີ ຢ່າໃຫ້ຄົນອື່ນເອົາໄປຈາກເຮົາ

2. ບໍ່ໃຫ້ນໍ້າກັນແຕ່ຫົວປີ
ນໍ້າປຽບເໝືອນກັບວ່າເປັນບໍ່ແຫ່ງຄວາມໂຊກລາບ ດັ່ງຄຳອວຍພອນທີ່ຕິດສົບຕິດປາກກັນວ່າ: “ເງິນທອງໃຫ້ໄຫລມາ, ເທມາ” ນັ້ນເອງ, ຈຶ່ງບໍ່ເອົາໄປໃຫ້ຄົນອື່ນ.

3. ບໍ່ເຮັດເຄື່ຶອງໃຊ້ໃນເຮືອນຕົກແຕກໃນມື້ປີໃໝ່
ບໍ່ເຮັດໃຫ້ເຄື່ອງໃຊ້ໃນເຮືອນຕົກແຕກໃນມື້ຂຶ້ນປີໃໝ່ ເຊັ່ນ: ແວ່ນແຍງ, ຖ້ວຍ, ໝໍ້, ຈອກ ຊຶ່ງເປັນການບົ່ງບອກເຖິງຈະມີລາງຮ້າຍເຂົ້າມາໃນຄອບຄົວ, ຄອບຄົວຈະຖືກແຕກຫັກ ຈຶ່ງຈຳຕ້ອງຫລີກເວັ້ນທີ່ສຸດ

4. ຫ້າມລ່ວງ(ເຂົ້າເຮືອນຄົນອື່ນ)ໃນມື້ຄໍ່າໜຶ່ງປີໃໝ່ຂຶ້ນ ເມື່ອອາຍຸກະສຽນບໍ່ທັນເຖິງ.
ເພາະການລ່ວງເຮືອນ ຫລື ເຂົ້າເຮືອນຄົນອື່ນໃນມື້ຄໍ່າໜຶ່ງປີໃໝ່ ເມື່ອອາຍຸກະສຽນບໍ່ທັນເຖິງຕ້ອງຄະລຳ ເພາະຜູ້ທີ່ຈະລ່ວງເຮືອນໃນມື້ຄໍ່າໜຶ່ງປີໃໝ່ນັ້ນຕ້ອງເປັນຜູ້ທີ່ມີບົດບາດສໍາຄັນ, ຜູ້ທີ່ມີເສດຖະກິດດີແດ່ ຈຶ່ງຈະນຳໂຊກລາບມາໃຫ້ກັບຄອບຄົວ, ຄົນໂລເລ ຄົນບໍ່ດີ ແມ່ນຫ້າມເຂົ້າເຮືອນຄົນອື່ນໃນມື້ທີອິດຂອງປີ ຈະເປັນການຊວຍ

5. ຫ້າມກູ້ຢືມສິ່ງຂອງກັນແຕ່ຫົວປີ
ເພາະຈະເປັນການບໍ່ດີໃຫ້ຄອບຄົວທີ່ຈະຕ້ອງມີໜີ້ສິນແຕ່ຫົວປີ, ຈະເປັນການຂາດເຂີນຕະລອດປີ.

6. ຫ້າມກວາດເຮືອນໃນມື້ປີໃໝ່
ການກວດເຮືອນໃນມື້ປີໃໝ່ ເໝືອນກັບວ່າເປັນການປັດກວາດໂຊກລາບອອກຈາກເຮືອນໄປແຕ່ມື້ທຳອິດຂອງປີ

7. ຫ້າມເວົ້າສິ່ງທີ່ບໍ່ເປັນມຸງຄຸນ
ຫ້າມເວົ້າສິ່ງທີ່ບໍ່ເປັນມຸງຄຸນເຊັ່ນ: ຕາຍແລ້ວ!, ຊວຍແລ້ວ, ຕາຍສາ, ບັກຮ່າ, ອີ່ຮ່າ…ເພາະຈະເປັນການຊວຍຕະຫລອດປີ

8. ຫ້າມກິນອາຫານທີ່ບໍ່ເປັນມຸງຄຸນ
ຫ້າມກິນຊີ້ນປາອາຫານທີ່ບໍ່ເປັນມຸງຄຸນໃນມື້ທີໜຶ່ງ, ທີ ສອງ ແລະ ມື້ທີສາມຂອງປີໃໝ່ ເຊັ່ນ: ກິນຊີ້ນໝາ, ຊີ້ນແມວ, ປາ.. , ຊີ້ນຫ່ານ, ຊີ້ນເປັດ…ເພາະຈະບໍ່ເປັນມຸງຄຸນ

9. ຫ້າມໃຊ້ເຂັມ ແລະ ດ້າຍຫຍິບແສ່ວໃນມື້ປີໃໝ່
ການໃຊ້ເຂັມ ແລະ ດ້າຍຫຍິບແສ່ວໃນມື້ປີໃໝ່ບໍ່ເປັນມຸງຄຸນໃຫ້ກັບຊີວິດ ເພາະຖືວ່າອັນນັ້ນມັນເປັນການທຸກຍາກຂາດເຂີນຕະຫລອດປີ ຈຶ່ງໄດ້ຕາບຈູນແຕ່ຫົວປີ, ຈຶ່ງບໍ່ສົມຄວນຢ່າງຍິ່ງ

10. ຫ້າມຜິດຖຽງກັນໃນມື້ປີໃໝ່
ການຜິດຖຽງກັນໃນມື້ປີໃໝ່ ຖືວ່າເປັນການບໍ່ດີ ມີແຕ່ສິ່ງວຸຸນວາຍໃນຄອບຄົວ ແລະ ໃນຊິວິດ, ຈະຖົກຖຽງກັນຢູ່ຕະຫລອດປີ

11. ບໍ່ໃຫ້ພະລາດລົ້ມແຕ່ຫົວປີ
ການພະລາດລົ້ມແຕ່ຫົວປີຖືວ່າຊວຍທີ່ສຸດ. ສະນັ້ນຈຶ່ງມີຄວາມລະມັດລະວັງທີ່ສຸດບໍ່ໃຫ້ພະລາດລົ້ມໃນມື້ປີໃໝ່, ແມ່ນແຕ່ເດັກນ້ອຍ ພໍ່ແມ່ກໍຕ້ອງໄດ້ຈູງແຂນເອົາບໍ່ໃຫ້ພະລາດລົ້ມ ເພາະຈະເປັນການຊວຍ ປຽບກັບວ່າ ລົ້ມລຸກຄຸກຄານຕະຫລອດປີ.

12. ຫ້າມປຸກຄົນອື່ນລຸກໃນຄໍ່າຄືນວັນທີ 1.
ການປຸກໃຫ້ຄົນອື່ນລຸກໃນມື້ປີໃໝ່ ຖືວ່າເປັນການສ້າງຄວາມລຳຄານໃຫ້ເຂົາຈະຕ້ອງໄດ້ລຸກໆ ຕື່ນໆ ຢູ່ຕະຫລອດປີ ບໍ່ມີຄວາມສຸກເລີຍ

13. ບໍ່ອາບນໍ້າ, ສະຫົວໃນມື້ທຳອິດຂອງປີໃໝ່
ການອາບນໍ້າ, ສະຫົວມື້ທຳອິດຂອງປີໃໝ່ ເທົ່າກັບວ່າລ້າງສ່ວຍຂວັນຫົວປີໃໝ່ອອກໄປ ເຮັດໃຫ້ຫົວສະໝອງລຸ່ຍຫ້ຽນ, ຄວາມຮູ້ຄວາມສາມາດຈະອອກຈາກຫົວເຮົາໄປທັງໝົດບໍ່ເຫລືອຫຍັງ.

14. ຫ້າມນັ່ງ ຫລື ຢືນຕັນປະຕູເຮືອນ
ການນັ່ງ ຫລື ຢືນຕັນປະຕູເຮືອນ ປຽບສະເໝືອນກັບວ່າ ອັດຕັນ, ກັນຫ້າມບໍ່ໃຫ້ໂຊກລາບເຂົ້າໃນເຮືອນ ຈຶ່ງບໍ່ສົມຄວນຢ່າງຍິ່ງ

15. ຫ້າມຕົບຫົວ, ກອດຄໍຄົນອື່ນ
ພຶດຕິກຳດັ່ງກ່າວປຽບກັບວ່າມັນເປັນການສ້າງຄວາມລຳບາກລຳຄານໃຫ້ກັບຄົນອື່ນ ມັນບໍ່ເປັນສິລິມຸງຄຸນໃນວັນປີໃໝ່, ການຕົບບ່າໄຫລ່ ຫລື ກອດຄໍຄົນອື່ນ ຈະເປັນການຊວຍຕະຫລອດປີ ແລະ ຈະພົບກັບສິ່ງບໍ່ດີເກີດຂຶ້ນກັບຊິວິດ, ບໍ່ມີຄວາມສຸກ, ມີແຕ່ຄົນຄອຍກົດດັນ, ກັນຫ້າມ ແລະ ສະກັດກັ້ນເຮົາໄວ້ຕະຫລອດປີ, ມີແຕ່ຄົນຂົ່ມເຫັງ ຮັດກອດເຮົາໄວ້ບໍ່ໃຫ້ຂຶ້ນໃຫ້ເກີນ.

16. ຫ້າມນຸ່ງເຄື່ອງສີດຳ, ສີຂາວ ໃນມື້ປີໃໝ່
ເພາະສອງສີນັ້ນ ເປັນສັນຍະລັກໃຫ້ແກ່ຄວາມຕາຍ. ສະນັ້ນ ມື້ປີໃໝ່ຈຶ່ງຄວນນຸ່ງເຄື່ອງທີ່ມີສີສັນຮຸ່ງເຮືອງເຊັ່ນ: ສະແດງທີ່ເປັນມຸງຄຸນ, ສີເຫຼືອງ, ສີຊົມພູ, ສີຂຽວ…

17. ຫ້າມຂຸດດິນ ສະເທືອນແມ່ທໍລະນີ
ການຂຸດດິນ ຈະເປັນການສະເທືອນເຖິງແມ່ທໍລະນີ, ເມື່ອທ່ານບໍ່ໄດ້ຢູ່ດີມີສຸກ ກໍຈະນຳເອົາສິ່ງບໍ່ດີມາສູ່ຄອບຄົວ ແລະ ຊີວິດຂອງເຮົາ ສະນັ້ນຈຶ່ງມີຄວາມລະມັດລະວັງໃຫ້ດີ.

18. ບໍ່ໄປນອນຄ້າງຄືນຢູ່ບ່ອນອື່ນໃນມື້ປີໃໝ່
ເພາະການໄປນອນຄ້າງຄືນຢູ່ບ່ອນອື່ນເທົ່າກັບວ່າ ບໍ່ມີເຮືອນ ມີຊານ ບໍ່ມີທີ່ພັກພາອາໄສ, ໂຊກລາບບໍ່ມີບ່ອນຊິເຂົ້າມາຫາ, ບໍ່ມີທີ່ຈັ້ງທີ່ຈອດເປັນຫລັກຖານນັ້ນເອງ.