5 ວິທີຫລຸດລາຍຈ່າຍ ໃຫ້ມີເງິນທ້ອນ ເຫລືອກິນເຫລືອໃຊ້

ຫລາຍໆທ່ານອາດເຄີຍເປັນ ບາງເທື່ອຕ້ອງໃຊ້ຈ່າຍກັບຫຍັງທີ່ມັນບໍ່ຈຳເປັນ ແລະ ມື້ນີ້ພວກເຮົາມີວິທີດີໆສຳລັບການໃຊ້ເງິນໃຫ້ມີເງິນເຫລືອທ້ອນມາແນະນຳ ເຊິ່ງວິທີການຫລຸດລາຍຈ່າຍຂອງແຕ່ລະຄົນກໍແຕກຕ່າງກັນໄປ ຄົງບໍ່ເຖິງຂັ້ນກາຍເປັນຄົນຂີ້ຖີ່ ຈົນເຮັດໃຫ້ຊີວິດບໍ່ພົບຄວາມສຸກໄດ້ ພຽງແຕ່ການພິຈາລະນາເບິ່ງລາຍຈ່າຍ ວ່າອັນໃດທີ່ມັນສິ້ນເປືອງ ໄຮ້ປະໂຫຍດ ໂດຍບໍ່ຈຳເປັນ ວ່າມັນມີຫຍັງແດ່ ໂດຍການເລີ່ມຕົ້ນຈາກການຈົດບັນທຶກລາຍການຄ່າໃຊ້ຈ່າຍທຸກກີບໃນແຕ່ລະເດືອນ ເພາະການຈົດບັນທຶກມັນຈະຊ່ວຍໃຫ້ເຮົາຮູ້ວ່າມີຄ່າໃຊ້ຈ່າຍອັນໃດແດ່ທີ່ສາມາດຫລຸດລົງໄດ້ແດ່ ແລະ ຕໍ່ໄປນີ້ແມ່ນ 5 ວິທີຫລຸດລາຍຈ່າຍທີ່ໄດ້ຜົນດີທີ່ເຮັດໄດ້ບໍ່ຍາກ ດັ່ງນີ້ :
- ປຽບທຽບກ່ອນຊື້ຈະດີກ່ວາ : ທຸກມື້ນີ້ບໍ່ວ່າຈະຊື້ຫຍັງກໍມີຄວາມສະດວກສະບາຍຫລາຍຂຶ້ນ ເພາະວ່າມີຮ້ານຂາຍສິນຄ້າຫລວງຫລາຍ ສະນັ້ນ ກໍຄວນປຽບທຽບຫາສິນຄ້າທີ່ຕ້ອງການໃນລາຄາທີ່ມັນປະຢັດກ່ວາ ປັດຈຸບັນມີເວັບໄຊທີ່ໃຫ້ບໍລິການກວດເຊັກລາຄາສິນຄ້າໄດ້ ກໍໄປຄົ້ນຫາວ່າອັນໃດທີ່ມັນກົງກັບສິ່ງທີ່ເຮົາຕ້ອງການ ແລ້ວມັນໄດ້ລາຄາທີ່ຖືກລົງ ບາງບ່ອນຖືກກ່ວາກໍຕ້ອງໃຊ້ເວລາໃນການຄົ້ນຫາຈັກໜ້ອຍ ເພື່ອຫາບ່ອນຊື້ທີ່ດີກ່ວາ ເຊິ່ງການປຽບທຽບນັ້ນຈະເຮັດໃຫ້ຮູ້ວ່າມູນຄ່າທີ່ແທ້ຈິງຂອງສິນຄ້າຈະຢູ່ປະມານເທົ່າໃດກີບ ທ່ານຈະໄດ້ສິນຄ້າທີ່ດີ ແລະ ມີຄຸນນະພາບຫລາຍ ແລະ ປະຢັດຕື່ມອີກ.
- ບໍ່ຈຳເປັນເລີຍທີ່ຕ້ອງຈ່າຍຄ່າທຳນຽມ : ມັນເປັນສ່ວນໜຶ່ງທີ່ມີການຄິດກັນຢູ່ ໂດຍປົກກະຕິມັນກໍຈະມາພ້ອມກັບການຊຳລະຄ່າສິນຄ້າ ເຊັ່ນ : ຄ່າສາທາລະນູປະໂພກ, ໂອນເງິນ, ຖອນເງິນ ເຫລົ່ານີ້ເຖິງຈະເກັບໃນປະລິມານໜ້ອຍ ເບິ່ງແລ້ວບໍ່ໜັກໜາເກີນໄປ, ແຕ່ຄິດໃນທາງກົງກັນຂ້າມ ໃນຍຸກນີ້ຕ້ອງຝາກເງິນເທົ່າໃດກ່ວາຈະໄດ້ກິນດອກເບ້ຍເທົ່າກັບຄ່າທຳນຽມເຫລົ່ານີ້ທີ່ຈ່າຍໄປ ການຈະຫລຸດລາຍຈ່າຍໄດ້ກໍແມ່ນການໃຊ້ວິທີຫັກເງິນຜ່ານບັນຊີ ເຊິ່ງທ່ານຄວນຈະມີບັນຊີຕ່າງຫາກສຳລັບການຈ່າຍຄ່າຕ່າງໆເຫລົ່ານີ້ ກໍເພື່ອຄວາມຈະແຈ້ງ ບໍ່ປະປົນ ເປັນການຈຳກັດຄວາມສ່ຽງນຳ ໂດຍບໍ່ຫຍຸ້ງກ່ຽວກັບບັນຊີເງິນຝາກຫລັກ ປະໂຫຍດອີກຢ່າງຂອງການຫັກບັນຊີ ຄ່າສາທາລະນູປະໂພກ ຜ່ານທະນາຄານ ແມ່ນບໍ່ຕ້ອງເສຍເວລາໄປຈ່າຍເອງ ຈະເຮັດໃຫ້ຊີວິດທ່ານມີເວລາຫລາຍຂຶ້ນ.
- ໃຫ້ພະລັງງານໃຫ້ສະຫລາດ : ພະລັງງານແມ່ນສິ່ງທີ່ໃຊ້ແລ້ວໝົດໄປ ແລະ ທ່ານເອງກໍຕ້ອງຊຳລະເງິນໃຫ້ກັບພະລັງງານຕ່າງໆທີ່ໄດ້ໃຊ້ໄປ ເຊັ່ນ : ນຳ້ປະປາ, ໄຟຟ້າ, ນຳ້ມັນເຊື້ອໄຟ ທຸກມື້ນີ້ສັງຄົມກຳລັງຕື່ນໂຕເລື່ອງການໃຊ້ພະລັງງານ, ຕຶກສູງອາຄານຂະໜາດໃຫຍ່ກຳລັງປັບປຸງ ແຕ່ພາກປະຊາຊົນຍັງບໍ່ມີຄວາມຮູ້ໃນເລື່ອງນີ້ ທັງການເລືອກໃຊ້ວັດສະດຸກໍ່ສ້າງອາຄານ ແລະ ການອອກແບບ ທາງສະຖາປັດຕະຍະກຳ ເຊິ່ງເປັນປັດໄຈຫລັກໆທີ່ຈະຊ່ວຍໃຫ້ເຮືອນ ຫລື ສຳນັກງານ ໃຊ້ພະລັງງານໄດ້ຢ່າງກຸ້ມຄ່າ.
- ວາງແຜນສຳລັບການເດີນທາງ : ການເດີນທາງເປັນສິ່ງທີ່ໃຊ້ເງິນ ຫາກເຮົາບໍ່ມີການວາງແຜນການເດີນທາງທີ່ດີ ອາດເຮັດໃຫ້ເກີດການຫລົງທາງ ເສຍເວລາ ເສຍເງິນ ແລ່ນລົດກັບໄປມາ ລວມໄລຍະທາງໄກຫລາຍຂຶ້ນກ່ວາທີ່ຄວນ ສະນັ້ນ ກ່ອນການເດີນທາງໄປຍັງສະຖານທີ່ໆບໍ່ເຄີຍໄປນັ້ນ ຄວນສຶກສາໃຫ້ດີກ່ອນ ດ້ວຍ GPS ກໍໄດ້ ຈະຊ່ວຍໃຫ້ເຖິງທີ່ໝາຍໄດ້ຢ່າງຖືກຕ້ອງ ແລະ ຫລຸດຄວາມສ່ຽງໃນເສັ້ນທາງທີ່ບໍ່ລຶ້ງເຄີຍ ເຊິ່ງອາດເກີດອຸປະຕິເຫດໄດ້.
- ຢ່າຊື້ທັນທີເມື່ອຢາກໄດ້ : ຫລາຍຄົງອາດຈະເຄີຍເປັນ ເມື່ອພໍ້ສິ່ງທີ່ມັກ ຖືກໃຈຫລາຍ ແລະ ຢາກໄດ້ ຈະຊື້ທັນທີ, ແຕ່ຖ້າມີເງິນພຽງພໍກໍຄົງບໍ່ເດືອດຮ້ອນຫຍັງ ຄົງບໍ່ມີບັນຫາຫຍັງດອກ, ແຕ່ຫາໃນລະດັບຄົນທຳມະດາທົ່ວໆໄປ ເມື່ອເຫັນສິ່ງທີ່ມັກ ກໍບໍ່ຄວນຕັດສິນໃຈໄວເກີນໄປ ເພາະຕອນນັ້ນໃນໃຈຈະມີແຕ່ຄວາມຢາກໄດ້ ເບິ່ງຫຍັງກໍດີໄປໝົດ ລາຄາເປັນເລື່ອງຮອງໄປເລີຍ ລອງຜັດປ່ຽນເວລາກ່ອນ ປະມານ 30 ມື້ ໂດຍການຈົດລາຍການທີ່ທ່ານຢາກຊື້ລົງໃນປື້ມບັນທຶກ ພ້ອມກັບລະບຸມື້ທີ່ເຫັນສິ່ງຂອງນັ້ນເອົາໄວ້ ເມື່ອຄົບ 30 ມື້ ໃຫ້ທ່ານລອງພິຈາລະນາເບິ່ງໃໝ່ ຫາກທ່ານຍັງມີຄວາມຢາກໄດ້ ກໍສະແດງວ່າທ່ານຕ້ອງການມັນແທ້ໆ.
- ວິທີຄິດກ່ອນຊື້ :
- ລໍຖ້າອີກໄດ້ບໍ່.
- ໃຊ້ຫລາຍປານໃດ.
- ຈຳເປັນຫລາຍປານໃດ.
- ຈະເອົາມາໃຊ້ເຮັດຫຍັງ.
- ມີໂຕເລືອກອື່ນອີກບໍ່.
- ອັນເກົ່າທີ່ມີຢູ່ຍັງໃຊ້ໄດ້ຫລືບໍ່.
- ຈະບໍລິຫານຄ່າໃຊ້ຈ່າຍແນວໃດ.

