ການສຶກສາຊີ້ ເຊື້ອໂອມິຄຣອນສາຍພັນຍ່ອຍ BA.2 ແພ່ລະບາດໄດ້ງ່າຍກວ່າ ຜູ້ທີ່ຍັງບໍ່ໄດ້ສັກວັກຊີນ ມີໂອກາດແພ່ກະຈາຍເຊື້ອໄດ້ຫລາຍກວ່າ

ວັນທີ 31 ມັງກອນ 2022, ການສຶກສາໃນເດນມາກ ໂດຍທີມນັກວິທະຍາສາດມະຫາວິທະຍາໄລໂຄເປນເຮເກນ ແລະ ກະຊວງສາທາລະນະສຸກເດນມາກ ເຜີຍວ່າ: ເຊື້ອໄວຣັສໂຄໂຣນາກາຍພັນໂອມິຄຣອນສາຍພັນຍ່ອຍ BA.2 ສາມາດແພ່ລະບາດໄດ້ງ່າຍກວ່າເຊື້ອໂອມິຄຣອນສາຍພັນດັ້ງເດີມ (BA.1) ທີ່ແພ່ລະບາດເປັນເຊື້ອຫລັກຢູ່ໃນປັດຈຸບັນນີ້.

ອີກທັງຜູ້ທີ່ໄດ້ຮັບການສັກວັກຊີນປ້ອງກັນໂຄວິດແລ້ວກໍບໍ່ໄດ້ມີທ່າອ່ຽງແພ່ກະຈາຍເຊື້ອໄດ້ງ່າຍເທົ່າກັບຜູ້ທີ່ຍັງບໍ່ເຄີຍເຂົ້າຮັບການສັກວັກຊີນປ້ອງກັນໂຄວິດ ລວມທັງຜູ້ທີ່ເຂົ້າຮັບການສັກວັກຊີນເຂັມກະຕຸ້ນແລ້ວກໍບໍ່ໄດ້ມີທ່າອ່ຽງແພ່ກະຈາຍເຊື້ອໄດ້ງ່າຍເທົ່າກັບຜູ້ທີ່ສັກວັກຊີນປ້ອງກັນໂຄວິດຄົບໂດສແລ້ວ ເຊິ່ງເຊື້ອໂອມິຄຣອນສາຍພັນຍ່ອຍ BA.2 ແພ່ລະບາດຢ່າງວ່ອງໄວໃນເດນມາກ ໂດຍຜູ້ຕິດເຊື້ອສ່ວນຫລາຍມາຈາກທຸກກຸ່ມຄົນ ໂດຍບໍ່ແບ່ງເພດ, ອາຍຸ, ຂະໜາດ, ຄອບຄົວ ແລະ ສະຖານະການສັກວັກຊີນ.

“ຖ້າທ່ານອາໄສຢູ່ໃນຄອບຄົວທີ່ມີຜູ້ຕິດເຊື້ອສາຍພັນຍ່ອຍ BA.2 ທ່ານມີໂອກາດ 39% ທີ່ຈະຕິດເຊື້ອດັ່ງກ່າວພາຍໃນ 7 ວັນ, ຂະນະທີ່ຖ້າເຊື້ອດັ່ງກ່າວເປັນເຊື້ອສາຍພັນດັ້ງເດີມ BA.1 ໂອກາດຈະຕິດເຊື້ອມີ 29%.

ນອກຈາກນີ້, ເຊື້ອໂອມິຄຣອນສາຍພັນຍ່ອຍ BA.2 ຍັງມີຄວາມສາມາດໃນການຫລົບຫລີກເກາະປ້ອງກັນຈາກວັກຊີນໂຄວິດໄດ້ດີກວ່າສາຍພັນດັ້ງເດີມ (BA.1) ໂດຍຄາດວ່າ: ເຊື້ອໄວຣັສອາດແພ່ລະບາດຫລາຍຂຶ້ນ ໂດຍສະເພາະໃນກຸ່ມຄົນທີ່ອາດຈະຍັງບໍ່ໄດ້ເຂົ້າຮັບການສັກວັກຊີນຄືເດັກນ້ອຍ.

ການສຶກສານີ້ຍັງຊ່ວຍເນັ້ນວ່າ: ການຕິດເຊື້ອໂອມິຄຣອນສາຍພັນຍ່ອຍ BA.2 ໂດຍທົ່ວໄປແລ້ວ ຈະມີອາການບໍ່ຮຸນແຮງເທົ່າກັບເຊື້ອເດວຕາທີ່ແພ່ລະບາດຢ່າງໜັກກ່ອນໜ້ານີ້. ອີກທັງວັກຊີນປ້ອງກັນໂຄວິດຍັງມີສ່ວນຊ່ວຍໃນການຫລຸດຄວາມສ່ຽງຈະເຂົ້າຮັບການປິ່ນປົວໃນໂຮງໝໍ ຫລື ເສຍຊີວິດໄດ້ຖ້າຕິດໂຄວິດ.

ນອກຈາກເດນມາກແລ້ວ ປະເທດທີ່ມີຜູ້ຕິດເຊື້ອສະສົມ ແລະ ຜູ້ເສຍຊີວິດສະສົມຫລາຍທີ່ສຸດໃນໂລກຄືອາເມລິກາ ກໍກວດພົບຜູ້ຕິດເຊື້ອ BA.2 ນີ້ແລ້ວໃນລັດຕ່າງໆຫລາຍກວ່າເຄິ່ງປະເທດ ເບື້ອງຕົ້ນມີຜູ້ຕິດເຊື້ອ BA.2 ແລ້ວທັງໝົດ 194 ຄົນທົ່ວປະເທດ ຈຳນວນຜູ້ຕິດເຊື້ອໃໝ່ສະເລ່ຍ 4,6 ໝື່ນຄົນຕໍ່ວັນ ຫລາຍກວ່າ 80% ສັກວັກຊີນຄົບໂດສແລ້ວ ແລະ ຫລາຍກວ່າ 60% ເຂົ້າຮັບການສັກວັກຊີນເຂັມກະຕຸ້ນແລ້ວ.

ທ່ານ ໂທຣ ລີກເບກ ປະທານຄະນະກຳມະການເຝົ້າຕິດຕາມເຊື້ອໂຄວິດກາຍພັນໃນເດນມາກ ລະບຸວ່າ: “ຖ້າທ່ານອາໄສຢູ່ໃນຊຸມຊົນ ຫລື ປະເທດທີ່ມີອັດຕາການສັກວັກຊີນປ້ອງກັນໂຄວິດຕໍ່າ ທ່ານຕ້ອງໝັ້ນໃຈວ່າທ່ານຈະສາມາດເຂົ້າໃຊ້ບໍລິການສະຖານພະຍາບານໄດ້ ແລະ ກໍລະນີຕິດເຊື້ອຮຸນແຮງກໍຈະມີເພີ່ມຂຶ້ນ ເຂົ້າໃຊ້ຫ້ອງ ICU ເພີ່ມຂຶ້ນ”.

ອ້າງອີງ: