ຂະແໜງການເງິນຢູ່ແຂວງສາລະວັນ ຍັງພົບບັນຫາໜີ້ສິນສາທາລະນະ, ບັນຫາການລະເມີດວິໄນ ແຜນການ-ການເງິນ, ບັນຫາການຂຸດຄົ້ນທຸກແຫຼ່ງລາຍຮັບບົ່ມຊ້ອນ

ໃນວັນທີ 28 ມັງກອນ 2022 ຜ່ານມານີ້, ແຂວງສາລະວັນ ໄດ້ຈັດກອງປະຊຸມປະເມີນການຈັດຕັ້ງເຜີຍແຜ່ວາລະແຫ່ງຊາດຕິດພັນກັບຂະແໜງການເງິນ, ຈັດຂື້ນຢູທີ່ຫ້ອງປະຊຸມສະໂມສອນແຂວງ ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງສາລະວັນ ແລະ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ລັດຖະມົນຕີກະຊວງການເງິນ, ໂດຍມີຫົວໜ້າກົມສ່ວຍສາອາກອນ, ພາສີ, ຄັງເງິນແຫ່ງຊາດ, ງົບປະມານແຫ່ງລັດ, ກົມຈັດຕັ້ງ ແລະ ພະນັກງານ, ກົມຄຸ້ມຄອງຊັບສິນແຫ່ງລັດ, ຄະນະປະຈຳພັກແຂວງ, ຫົວໜ້າພະແນກການຕ່າງໆອ້ອມຂ້າງແຂວງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງຈາກແຂວງ ແລະເມືອງເຂົ້ຮ່ວມ.
ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ໄດ້ກ່າວເປີດກອງຊຸມປັດຈຸບັນນີ້ທົ່ວພັກ, ທົ່ວລັດ ແລະ ປວງຊົນລາວທັງຊາດພວມສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ເປັນຊ້ວງທີ່ພວກເຮົາສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX ຂອງແຂວງ ພິເສດແມ່ນເປັນປີທຳອິດທີ່ສໍາຄັນກ່ຽວການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໂດຍສະເພາະແມ່ນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.
ຊຶ່ງເປັນວຽກຈຸດສຸມຕ້ອງເພີ່ມທະວີຄວາມຮັບຜິດຊອບການເມືອງໃນການຈັດຕັ້ງຜັນຂະຫຍາຍເຂົ້າໃນພຶດຕິກຳຕົວຈິງ ພ້ອມດຽວກັນນີ້ກໍ່ໄດ້ສືບຕໍ່ຕ້ານ ແລະ ສະກັດກັ້ນພະຍາດລະບາດ ໂຄວິດ-19 ທີ່ພວມລະບາດໃນທົ່ວໂລກ ເວົ້າລວມເວົ້າສະເພາະແມ່ນໃນທົ່ວແຂວງສາລະວັນ, ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແມ່ນບັນຫາທີ່ສະສົມມາຢ່າງຍາວນານ ທີ່ບໍ່ທັນໄດ້ຮັບການແກ້ໄຂ ເປັນຕົ້ນແມ່ນບັນຫາໜີ້ສິນສາທາລະນະ, ບັນຫາການລະເມີດວິໄນ ແຜນການ-ການເງິນ, ບັນຫາການຂຸດຄົ້ນທຸກແຫຼ່ງລາຍຮັບບົ່ມຊ້ອນ, ການສ້າງລາຍຮັບພາຍໃນໃຫ້ເພີ່ມຂຶ້ນຕາມທ່າແຮງທີ່ມີ ແລະ ສະພາບການຮົ່ວໄຫຼການເກັບລາຍຮັບ ຍັງເປັນບັນຫາເກີດຂຶ້ນຢ່າງແຜ່ລາມ, ການຂາດດຸ່ນງົບປະມານ, ການລະດົມທຶນເພື່ອການພັດທະນາ ແລະ ເພື່ອດຸນດ່ຽງງົບປະມານ ນັ້ນຄືບັນຫາພື້ນຖານ ທີ່ເຫັນວ່າໝົດທຸກພາກສ່ວນ ເສດຖະກິດ-ສັງຄົມ, ຂະແໜງການຕ່າງໆ ຕ້ອງເອົາໃຈໃສ່ ເຂົ້າຮ່ວມ ຕາມພາລະບົດບາດ ເພື່ອຮ່ວມກັນແກ້ໄຂບັນຫາດັ່ງກ່າວຢ່າງຮີບດ່ວນ. ດັ່ງນັ້ນຄະນະພັກທຸກຂັ້ນຈຶ່ງໄດ້ຕັດສິນໃຈພິຈາລະນາຮັບຮອງ ຍົກເອົາບັນຫາແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂື້ນເປັນວາລະແຫ່ງຊາດ.
ການຍົກລະດັບການແກ້ໄຂ ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເປັນວາລະແຫ່ງຊາດ ຊີ້ໃຫ້ເຫັນເຖິງການຕັດສິນໃຈໃນການແກ້ໄຂບັນຫາທີ່ເຄັ່ງຮ້ອນຂອງລັດຖະບານໂດຍສຸມໃສ່ແກ້ໄຂບັນຫາຂໍ້ຄົງ ຢ່າງຈິງຈັງ ແລະ ເປັນລະບົບ ເປັນຕົ້ນແມ່ນ ການສົ່ງເສີມການຜະລິດເພື່ອທົດແທນການນຳເປັນສິນຄ້າສົ່ງອອກ ເພື່ອສ້າງຖານເສດຖະກິດໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ ສ້າງຄວາມເຂັ້ມແຂງໃຫ້ການເກັບລາຍຮັບເຂົ້າງົບປະມານ ດ້ວຍການຫັນເປັນທັນສະໄໝ ອັດຊ່ອງວ່າງການຮົ່ວໄຫຼ, ຍົກສູງປະສິດທິຜົນການຄຸ້ມຄອງລາຍຈ່າຍງົບປະມານ, ຕ້ານການຟຸມເຟືອຍ ຈຳກັດລາຍຈ່າຍທີ່ບໍ່ຈຳເປັນ, ສ້າງແຜນຍຸດທະສາດແກ້ໄຂໜີ້ສິນສາທາລະນະ ສ້າງສະຖຽນລະພາບທາງດ້ານເງິນຕາໃຫ້ໝັ້ນຄົງ ພ້ອມດຽວກັນນັ້ນກໍ່ຕ້ອງຍົກສູງປະສິດທິພາບຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ແກ້ໄຂໃຫ້ໄດ້ໃນປີ 2023 ເຊິ່ງລັດຖະບານໄດ້ຮັບຮອງແລ້ວ, ພ້ອມດ່ຽວກັນນັ້ນທ່ານ ເຈົ້າແຂວງກໍ່ໄດ້ເຜີຍແຜ່ຄຳສັງເລກທີ 01/ກມສພ ຂອງກົມການເມືອງສູນກາງພັກ ວ່າດ້ວຍ: ການເພີ່ມທະວີ ການນຳພາ-ຊີ້ນຳ ຂອງຄະນະພັກ ແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດ ມາດຕະການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ.
ຈາກນັ້ນທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ກໍໄດ້ເຜີຍແຜ່ຄຳສັ່ງຂອງນາຍົກລັດຖະມົນຕີສະບັບ ເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021 ວ່າດ້ວຍ: ການເພີ່ມທະວີ ການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼ ຂອງລາຍຮັບງົບປະມານແຫ່ງລັດ, ທັງນີ້ກໍ່ເພື່ອເຮັດໃຫ້ບັນດາທ່ານ ພະນັກງານ, ວິຊາການທີ່ເຮັດກ່ຽວຂ້ອງໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງ ແລະວຽກງານການເມືອງຂອງພັກ ແລະວາລະແຫ່ງຊາດໃນການຈັດຕັ້ງປະຕິບັດພ້ອມທັງເຊີດຊູຄວາມຮັບຜິດຊອບການເມືອງ ຂອງຕົນ, ເສີມຂະຫຍາຍປະຊາທິປະໄຕ ຢ່າງແຂງແຮງ ສຸມສະຕິປັນຍາ ແລະ ຄວາມກ້າຫານ ຂອງຕົນ ປະກອບສ່ວນ ຢ່າງສົມກຽດດ້ວຍຄວາມຮັບຜິດຊອບສູງ, ພ້ອມດຽວກັນນັ້ນທີ່ປະຊຸມກໍ່ໄດ້ມີການປະກອບຄຳຄິດຄຳເຫັນ ເພື່ອເຮັດໃຫ້ ການຈັດຕັ້ງຜັນຂະຫຍາຍນິຕິກຳດັ່ງກ່າວ ເຂົ້າສູ່ລວງເລິກ ແລະ ຮັບປະກັນຜົນສຳເລັດ ຢ່າງມີຄຸນນະພາບ ແລະ ມີປະສິດທິຜົນສູງ,

