ແຂວງເຊກອງ ວາງຄາດໝາຍໃຫ້ GDP ປີ 2022 ເພີ່ມຂຶ້ນໃນລະດັບ 4% ຂຶ້ນໄປ

ທ່ານ ຄຳປະກອນ ອຸເທນທະປັນຍາ ຮອງຫົວໜ້າພະແນກແຜນການ ແລະການລົງທຶນ ແຂວງເຊກອງ ໃນກອງປະຊຸມສະຫລຸບວຽກງານແຜນການ-ການລົງທຶນ ແລະ ການເງິນ ປະຈຳປີ 2021 ວ່າ:
ໃນປີ 2022 ໄດ້ວາງຄາດໝາຍສູ້ຊົນເຮັດໃຫ້ອັດຕາການຂະຫຍາຍຕົວ ຂອງລວມຍອດຜະລິດຕະພັນ ພາຍໃນ (GDP) ເພີ່ມຂຶ້ນໃນລະດັບ 4% ຂຶ້ນໄປທຽບໃສ່ປີທີ່ຜ່ານມາ, ເຮັດໃຫ້ມີມູນຄ່າລວມຍອດຜະລິດຕະພັນພາຍໃນ ບັນລຸໄດ້ 2.285 ຕື້ກີບ ແລະ ມີມູນຄ່າ GDP ສະເລ່ຍ ໃສ່ປະຊາກອນປະມານ 17,15 ລ້ານກີບ ຫລື ເທົ່າກັບ 1.760 ໂດລາສະຫະລັດ, ໃນນັ້ນ
ຂະແໜງກະສິກຳ ແລະ ປ່າໄມ້ ເພີ່ມຂຶ້ນ 5,47% ກວມເອົາ 66,78%,
ຂະແໜງອຸດສາຫະກຳ ເພີ່ມຂຶ້ນ 5,14% ກວມເອົາ 16,15%
ຂະແໜງບໍລິການ ເພີ່ມຂຶ້ນ 1,47% ກວມເອົາ 17,07% ຂອງ GDP.
ທ່ານ ຄໍາປະກອນ ອຸເທນທະປັນຍາ ຍັງໃຫ້ຮູ້ອີກວ່າ: ເພື່ອຮັບປະກັນໃຫ້ແກ່ການເຕີບໂຕຂອງ GDP ບັນລຸ 4% ຂຶ້ນໄປ ໃນປີ 2022 ແຂວງເຊກອງ ມີຄວາມຕ້ອງການທຶນລວມທັງໝົດປະມານ 686 ຕື້ກີບ ກວມເອົາ 30% ຂອງ GDP. ໃນນັ້ນ,
ການລົງທຶນຈາກງົບປະມານລັດ ໂດຍກົງ 34,30 ຕື້ກີບ, ກວມເອົາ 5%,
ທຶນຊ່ວຍເຫລືອລ້າ ແລະ ກູ້ຢືມ 102,90 ຕື້ກີບ ຫລື ເທົ່າກັບ 9,48 ລ້ານໂດລາສະຫະລັດ ກວມເອົາ 15%;
ທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 548,80 ຕື້ກີບ ຫລື ເທົ່າກັບ 50,55 ລ້ານໂດລາສະຫະລັດ ກວມເອົາ 80% ຂອງຄວາມຕ້ອງການທຶນທັງໝົດ.
