ຊອກດານີຍົກເລີກກົດໝາຍ ໃຫ້ຄົນຮ້າຍຂົ່ມຂືນພົ້ນໂທດ ຖ້າແຕ່ງດອງກັບເຫຍື່ອ
ສະພາຊອກດານີຍົກເລີກກົດໝາຍທີ່ຊ່ວຍໃຫ້ຜູ້ຕ້ອງຫາຄະດີຂົ່ມຂືນພົ້ນໂທດ ຖ້າແຕ່ງດອງກັບຜູ້ເສຍຫາຍ ແລະ ບໍ່ຢ່າຮ້າງກັນພາຍໃນເວລາ 5 ປີ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງອຳມານ ປະເທດຊອກດານີ ໃນວັນທີ 2 ສິງຫານີ້ວ່າ: ສະພາຜູ້ແທນລາຊະດອນຂອງຊອກດານີມີມະຕິເຫັນພ້ອມໃນກອງປະຊຸມວັນທີ 1 ສິງຫານີ້ ໃຫ້ຍົກເລີກມາດຕາ 308 ຂອງປະມວນກົດໝາຍອາຍາ ວ່າດ້ວຍການທີ່ຜູ້ຕ້ອງຫາໃນຄະດີຂົ່ມຂືນອາດຫລຸດພົ້ນຈາກຂໍ້ກ່າວຫາ ຖ້າແຕ່ງດອງກັບຜູ້ເສຍຫາຍ ແລະ ບໍ່ຢ່າຮ້າງກັນພາຍໃນໄລຍະເວລາ 5 ປີ. ຂະນະທີ່ທ່ານ ຮານີ ອັດ ມຸລກີ ນາຍົກລັດຖະມົນຕີຊອກດານີ ກ່າວວ່າ: ລັດຖະບານສະໜັບສະໜູນການຍົກເລີກມາດຕາດັ່ງກ່າວເພື່ອປະຊາຊົນ. ທັງນີ້ ສຳນັກງານຕຳຫລວດຊອກດານີໄດ້ຮັບແຈ້ງຄວາມຄະດີຂົ່ມຂືນຫລາຍກວ່າ 160 ຄະດີ ໃນປີຜ່ານມາ.
ທ່ານນາງ ຊາຣາ ເລອາ ວິດສັນ ຜູ້ອຳນວຍການປະຈຳພາກພື້ນຕາເວັນອອກກາງຂອງຮິວແມນ ໄຮ ວອດ ກ່າວຍົກຍ້ອງການຕັດສິນໃຈຂອງສະພາຊອກດານີ ແລະ ຮຽກຮ້ອງໃຫ້ກຸ່ມປະເທດຮ່ວມພາກພື້ນປະຕິບັດຕາມ ເຊິ່ງລວມທັງອີຣັກ, ກູເວດ, ຊີຣີ, ລີບີ ແລະ ອານເຊລີ ເນື່ອງຈາກຜູ້ຍິງບໍ່ແມ່ນຊັບສິນສຳລັບຊື້ຂາຍ ໂດຍການເຄື່ອນໄຫວຂອງຊອກດານີມີຂຶ້ນ 1 ອາທິດ ຫລັງສະພາຜູ້ແທນລາຊະດອນຂອງຕູນີຊີຍົກເລີກກົດໝາຍໃຫ້ຄົນຮ້າຍຄະດີຂົ່ມຂືນຫລຸດພົ້ນຈາກການຮັບໂທດຕາມກົດໝາຍ ຖ້າແຕ່ງດອງກັບຜູ້ເສຍຫາຍ.

