ແມນ ຢູໄນເຕັດ ຖະແຫຼງການ ຫ້າມ ກຣີນວູດ ມາຊ້ອມ ແລະ ລົງສະໜາມ ຢ່າງບໍ່ມີກຳນົດ.

ແມນເຊັສເຕີ ຢູໄນເຕັດ ດຳເນີນການເລັ່ງດ່ວນເພື່ອຫຼຸດກະແສດຣ່າມ່າໃນກໍລະນີຂອງ ເມສັນ ກຣີນວູດ ໂດຍປະກາດວ່ານັກເຕະຈະບໍ່ໄດ້ມາຝຶກຊ້ອມກັບທີມ ແລະ ລົງສະໜາມໂດຍບໍ່ໄດ້ກຳນົດເວລາ, ຕ້ອງລໍຖ້າການປະກາດອີກເທື່ອໜຶ່ງ

ກຣີນວູດ ຕົກເປັນຂ່າວເມື່ອ ຣັອບສັນ ແຟນສາວຂອງຕົນໄດ້ໂພສຄຣິບສຽງ ແລະ ຮູບພາບຂອງຕົນເອງທີ່່ຖືກທຳຮ້າຍຮ່າງກາຍຈົນມີບາດແຜຫຼາຍບ່ອນຕາມຮ່າງກາຍ ຜ່ານ ອິນສະຕາແກຼມ ໂຊຊ້ຽວທີ່ຄົນນິຍົມ ພ້ອມອ້າງວ່າຫົວຫອກຂອງ “ຜີສາດແດງ” ເປັນຜູ້ກະທຳ

ຈາກເຫດການດັ່ງກ່າວ ແມນເຊັສເຕີ ຢູໄນເຕັດ ໄດ້ອອກຖະແຫຼງການກ່ຽວກັບກໍລະນີຂອງ ກຣີນວູດ ໂດຍຢືນຢັນວ່າສະໂມສອນຮັບຮູ້ເຖິງຮູບພາບດັ່ງກ່າວ ແຕ່​ຈະ​ຍັງບໍ່​ອອກ​ຄວາມ​ຄິດເຫັນ​ຕື່ມ​ຈົນ​ກວ່າ​​ຈະຮູ້ຄວາມຈິງ​.