ຮອງປະທານປະເທດເນັ້ນການນຳແຂວງໄຊສົມບູນ ເອົາໃຈໃສ່ສົ່ງເສີມການປູກຝັງ-ລ້ຽງສັດ ເປັນສິນຄ້າ

ໂອກາດຢ້ຽມຢາມແຂວງໄຊສົມບູນໃນວັນທີ 30 ມັງກອນ, ທ່ານ ບຸນທອງ ຈິດມະນີ ຮອງປະທານປະ ເທດແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ການນຳແຂວງ ແລະ ພາກສ່ວນກ່ຽວຂ້ອງສືບຕໍ່ປຸກລະດົມປະຊາຊົນ ຫັນມາຍຶດອາຊີບປູກຝັງ-ລ້ຽງສັດ ຂາຍເປັນສິນຄ້າໃຫ້ນັບມື້ຫລາຍເພື່ອຫລຸດຜ່ອນການຖາງປ່າເຮັດໄຮ່ແບບເລື່ອນລອຍ ໂດຍການຊອກຫາແນວພັນພືດທີ່ດີສະໜອງໃຫ້ປະຊາຊົນປູກຄຽງຄູ່ກັບການຍົກລະດັບເຕັກນິກວິຊາການການປູກ-ການລ້ຽງ ແລະ ການປົກປັກຮັກສາຕ່າງໆ ເພື່ອໃຫ້ໄດ້ຮັບໝາກຜົນດີຂຶ້ນກວ່າເກົ່າ, ທັງເປັນການສ້າງອາຊີບທີ່ໝັ້ນຄົງ, ມີຊີວິດການເປັນຢູ່ທີ່ດີ, ເສດຖະກິດຄອບຄົວໄດ້ຮັບການແກ້ໄຂ ແລະ ພັດທະ ນາໄປຕາມທິດທີ່ພັກ-ລັດ ໄດ້ກໍານົດໄວ້.

May be an image of 7 people, people standing and outdoors

ຂະນະດຽວກັນ, ຮອງປະທານປະເທດພ້ອມດ້ວຍຄະນະ ໄດ້ເນັ້ນໃຫ້ຜູ້ປະກອບການໂຮງງານຜະລິດແປ້ງມັນສະຄູ ຂອງກຸ່ມບໍລິສັດໂກເອກໂກ ຢູ່ບ້ານອອມ ແລະ ການປູກພືດກະສິກຳອິນຊີ ຂອງບໍລິສັດ ທູແຮັບປີຟາມ ລາວ-ເກົາຫລີ ຈໍາກັດ ຢູ່ບ້ານພູຫົວຊ້າງ ເມືອງອະນຸວົງ ເອົາໃຈໃສ່ຜະລິດຕິດພັນກັບດໍາລັດ 414 ຂອງລັດຖະບານ ກໍຄື 5 ທ່າແຮງພັດທະນາແຂວງໄຊສົມບູນ ເປັນຕົ້ນການຜະລິດກະສິກຳເປັນສິນຄ້າ ຫັນຈາກການຊົມໃຊ້ມາເປັນການຜະລິດ ໂດຍການຊຸກຍູ້ສົ່ງເສີມປະຊາຊົນຜະລິດກະສິກໍາເປັນສິນຄ້າສ້າງລາຍ ຮັບເຂົ້າຄອບຄົວ ປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

May be an image of 4 people, people standing and outdoors