ສະພາແຫ່ງຊາດກຳປູເຈຍ-ລາວ-ຫວຽດນາມ ເພີ່ມການຮ່ວມມືກວດກາເຂດສາມຫລ່ຽມພັດທະນາ

ກຳມາທິການຕ່າງປະເທດ ສະພາແຫ່ງຊາດ ກຳປູເຈຍ-ລາວ ແລະ ຫວຽດນາມ ເພີ່ມທະວີການຮ່ວມມືຕິດຕາມກວດກາຂອງລັດຖະສະພາຕໍ່ຄວາມຄືບໜ້າ ແລະ ຜົນສຳເລັດ ຂອງການຈັດຕັ້ງປະຕິ ບັດບັນດາຂໍ້ລິເລີ່ມການຮ່ວມມືໃນເຂດສາມຫລ່ຽມພັດທະນາ, ພາຍຫລັງລັດຖະບານ ກໍຄືອຳນາດການປົກຄອງທ້ອງຖິ່ນຂອງທັງ 3 ປະເທດ ໄດ້ເອົາໃຈໃສ່ສົ່ງເສີມການຮ່ວມມືດ້ານການປົກປັກຮັກສາສິ່ງແວດລ້ອມ, ຄຸ້ມຄອງ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດ ເພື່ອການພັດທະນາແບບຍືນຍົງ, ຊຸກຍູ້ການຮ່ວມມືເພື່ອຕ້ານ ແລະ ສະກັດກັ້ນການຄ້າມະນຸດ, ຕ້ານອາດຊະຍາກຳຂ້າມຊາດ, ຕ້ານການກໍ່ການຮ້າຍ ແລະ ເກັບກູ້ລະເບີດທີ່ບໍ່ທັນແຕກຕົກຄ້າງຫລັງສົງຄາມໃນຂົງເຂດດັ່ງກ່າວ.
ຜ່ານມາ, ລັດຖະບານໄດ້ສຳເລັດການເຈລະຈາສັນຍາວ່າດ້ວຍການສົ່ງເສີມ ແລະ ອຳນວຍຄວາມສະດວກດ້ານການຄ້າຢູ່ເຂດສາມຫລ່ຽມພັດທະນາດັ່ງກ່າວ ແລະ ຮັບຮອງເອົາໂຄງການບູລິມະສິດ 15 ໂຄງການພັດທະນາພື້ນຖານໂຄງລ່າງ ເພື່ອແນ່ໃສ່ອຳນວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາຫາສູ່ກັນລະຫວ່າງ 3 ປະເທດ.
ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດແຫ່ງ ສປປ ລາວ ກ່າວໃນກອງປະຊຸມຮ່ວມລະຫວ່າງສາມກຳມາທິການຕ່າງປະເທດສະພາແຫ່ງຊາດ ກຳປູເຈຍ-ລາວ-ຫວຽດນາມ(CLV) ຄັ້ງທີ 6 ພາຍໃຕ້ຫົວຂໍ້ “ເພີ່ມທະວີການຕິດຕາມກວດກາ ຂອງລັດຖະສະພາຕໍ່ບັນດາຂໍ້ລິເລີ່ມການຮ່ວມມືໃນເຂດສາມຫລ່ຽມພັດທະນາ” ເຊິ່ງຈັດຂຶ້ນໃນວັນທີ 2-3 ສິງຫານີ້ຢູ່ນະຄອນຫລວງວຽງຈັນ ໂດຍລະບຸວ່າ: ກອງປະຊຸມນີ້ ແມ່ນມີຄວາມສຳຄັນຢ່າງຍິ່ງເພາະເປັນການປະຕິບັດພັນທະ ແລະ ຄວາມຮັບຜິດຊອບຮ່ວມກັນຂອງອົງການນິຕິບັນຍັດທັງສາມປະເທດ ໂດຍສະເພາະແມ່ນກຳມາທິການຕ່າງປະເທດໃນການຕິດຕາມກວດກາການຈັດຕັ້ງປະຕິບັດສົນທິສັນຍາແຜນງານ ແລະ ໂຄງການຮ່ວມມືຕ່າງໆໃນຂົງເຂດສາມຫລ່ຽມພັດທະນາ ເຊິ່ງລັດຖະບານທັງ 3 ປະເທດ ໄດ້ຕົກລົງຮ່ວມກັນແລ້ວວ່າມີຜົນສຳເລັດ ແລະ ຂໍ້ຄົງຄ້າງແນວໃດ. ພ້ອມນີ້ ທ່ານ ແສງນວນ ໄຊຍະລາດ ໄດ້ຮຽກຮ້ອງໃຫ້ສະມາຊິກສະພາແຫ່ງຊາດ 3 ປະເທດ ຈົ່ງເປັນເຈົ້າການປະກອບສ່ວນຊຸກຍູ້ທາງດ້ານນິຕິກຳ, ການໂຄສະນາເຜີຍແຜ່ນະໂຍບາຍການລົງທຶນໃນເຂດສາມຫລ່ຽມນີ້ ໂດຍຜ່ານກົນໄກລັດຖະສະພາ ແລະ ອົງການລັດຖະສະພາພາກພື້ນ ແລະ ສາກົນ ເພື່ອດຶງດູດນັກລົງທຶນຕ່າງປະເທດໃຫ້ເຫັນໄດ້ທ່າແຮງດ້ານເສດຖະກິດ ແລະ ເຂົ້າມາລົງທຶນໃນເຂດສາມຫລ່ຽມພັດທະນາໃຫ້ຫລາຍຂຶ້ນ.
ກອງປະຊຸມຄັ້ງນີ້, ໂດຍມີທ່ານ ເຊັງ ວຸນ ກຳມະການຄະນະປະຈຳ, ປະທານກຳມາທິການການຕ່າງປະເທດ, ການຮ່ວມມືສາກົນ, ຂໍ້ມູນ ແລະ ຂ່າວສານ, ຫົວໜ້າຄະນະຜູ້ແທນສະມາຊິກສະພາແຫ່ງຊາດກຳປູເຈຍ, ທ່ານ ຫວຽນ ວັນ ເຊົາ ກຳມະການຄະນະປະຈຳ, ປະທານກຳມາທິການການຕ່າງປະເທດ , ຫົວໜ້າຄະນະຜູ້ແທນສະມາຊິກສະພາແຫ່ງຊາດ ສສ ຫວຽດນາມ ແລະ ທ່ານ ເອກສະຫວ່າງ ວົງວິຈິດ ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການການຕ່າງປະເທດ, ຫົວໜ້າຄະນະຜູ້ແທນສະມາຊິກສະພາແຫ່ງຊາດລາວເຂົ້າຮ່ວມ.

