ປກສ ແຂວງບໍ່ແກ້ວ ຈັບເປົ້າໝາຍ ໄດ້ 4 ຄົນ ພ້ອມຢາບ້າ ແລະ ຢາໄອສ໌ ລວມນ້ຳໜັກກວ່າ 4 ໂຕນ

ຕາມວາລະສານປ້ອງກັນຄວາມສະຫງົບ, ວັນທີ 26 ມັງກອນ ເວລາປະມານ 17:30 ໂມງ, ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ມ້າງຄະດີຢາເສບຕິດລາຍໃຫຍ່ຢູ່ເມືອງຫ້ວຍຊາຍ ຈັບເປົ້າໝາຍໄດ້ 4 ຄົນ,ພ້ອມຂອງກາງຢາບ້າ 18.240 ມັດເທົ່າກັບ 36.480.000 ເມັດ, ໜັກ 3.648 ກິໂລກຣາມ; ຢາໄອສ໌ 590 ກິໂລກຣາມ; ເຮໂຣອິນ 2 ແທ່ງ, ປືນສັ້ນ 1 ກະບອກ ແລະ ລົດໃຫຍ່ 4 ຄັນ.

ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ບອກວ່າ: ຜູ້ຖືກຫາ 4 ຄົນ ມີທ້າວ ໄຊບໍທໍ່ ອາຍຸ 34 ປີ; ທ້າວ ມົວວາ ອາຍຸ 25 ປີ ທັງສອງຢູ່ບ້ານກິ່ວລົມ ເມືອງປາກທາ ແຂວງບໍ່ແກ້ວ; ທ້າວ ລົງວີ ອາຍຸ 26 ປີແລະ ນາງ ຈຶເຮີ ອາຍຸ 29 ປີ ທັງສອງຢູ່ບ້າຮົ່ມເຢັນ ເມືອງຕົ້ນເຜິ້ງ.

ປັດຈຸບັນ, ເຈົ້າໜ້າທີ່ຕໍາຫຼວດກອງບັນຊາການ ປກສ ແຂວງບໍ່ແກ້ວ ພວມສືບຕໍ່ສອບສວນຂະຫຍາຍຜົນ.