ອີຣານ ຄວ້າໂຄຕ້າທຳອິດໂຊນເອເຊຍ ໄປບານໂລກຮອບສຸດທ້າຍທີ່ກ່າຕ້າ.

ມາກວດເບິ່ງລາຍຊື່ 14 ປະເທດທີ່ໄດ້ເຂົ້າຮ່ວມການແຂ່ງຂັນບານໂລກ 2022 ຮອບສຸດທ້າຍແນ່ນອນແລ້ວ ຫລັງຈາກທີ່ ອີຣານ ຄວ້າໂຄຕ້າທຳອິດໃນພາກພື້ນອາຊີ.

ວັນທີ 28 ມັງກອນ 2022 ຜ່ານມານີ້, ພາຍຫລັງການແຂ່ງຂັນເຕະບານໂລກ 2022 ຮອບຄັດເລືອກ ໂຊນເອເຊຍ ຮອບ 12 ທີມສຸດທ້າຍ ນັດທີ 7 ກຸ່ມ A ເຊິ່ງທີມຊາດອີຣານ ເປີດບ້ານເອົາຊະນະ ທີມຊາດອີຣັກ 1-0 ຈາກປະຕູຂອງ ເມດີ ຕາເຣມີ ໃນນາທີ 48 ເກັບເພີ່ມໄດ້ 19 ຄະແນນ ຄອງອັນດັບ 1 ຂອງກຸ່ມຕໍ່ໄປ.

ເຮັດໃຫ້ ອີຣານ ກາຍເປັນທີມທຳອິດໃນເອເຊຍ ທີ່ໄດ້ເຂົ້າຮອບສຸດທ້າຍບານໂລກ 2022 ທີ່ປະເທດກ່າຕ້າ, ເນື່ອງຈາກນຳຫ່າງ ສະຫະລັດອາຣັບເອມີເຣດ ອັນດັບ 3 ມີ 10 ຄະແນນ, ແຕ່ ຢູເອອີ ຍັງເຫລຶອພຽງ 3 ນັດ, ດັ່ງນັ້ນ ອີຣານ ຈຶ່ງຮັບປະກັນອັນດັບ 1 ໃນ 2 ຂອງກຸ່ມໂດຍອັດຕະໂນມັດແນ່ນອນແລ້ວ.

ອີຣານ ເປັນປະເທດທີ 14 ທີ່ເຂົ້າຮ່ວມການແຂ່ງຂັນເຕະບານໂລກ 2022 ຮອບສຸດທ້າຍ ໃນລະຫວ່າງວັນທີ 21 ພະຈິກ ຫາ 18 ທັນວາ.

14 ທີມທີ່ໄດ້ເຂົ້າຮອບສຸດທ້າຍບານໂລກ 2022 ແນ່ນອນແລ້ວມີດັ່ງນີ້:

ເຈົ້າພາບ: ກ່າຕ້າ.

ໂຊນເອີຣົບ: ເຢຍລະມັນ, ເດນມາກ, ຝຣັ່ງ, ເບວຢ້ຽມ, ໂຄເອເຊຍ, ສະເປນ, ອັງກິດ, ເຊີເບຍ, ສະວິດເຊີແລນ, ເນເທີແລນ.

ໂຊນອາເມລິກາໃຕ້: ບຣາຊິນ, ອາເຈນຕິນາ.

ໂຊນເອເຊຍ: ອີຣານ.