ເດນມາກເຜີຍຜົນວິເຄາະ ຊີ້ໂອມິຄຣອນ ສາຍພັນຍ່ອຍ BA.2 ອາດແພ່ເຊື້ອໄດ້ງ່າຍກວ່າ ສາຍພັນດັ້ງເດີມເຖິງ 1,5 ເທົ່າ

ແມກນັສ ຮິວນິເກ ລັດຖະມົນຕີກະຊວງສາທາລະນະສຸກຂອງເດນມາກ ຖະແຫລງຂ່າວກໍລະນີການລະບາດຂອງເຊື້ອໂຄວິດໂອມິຄຣອນ ສາຍພັນຍ່ອຍ BA.2 ເຊິ່ງຕອນນີ້ກຳລັງລະບາດເປັນສາຍພັນຫລັກໃນເດນມາກ ໂດຍຊີ້ວ່າຜົນການວິເຄາະຂັ້ນຕົ້ນຈາກສະຖາບັນສເຕເທນ ເຊຣຳ (Statens Serum Institut: SSI) ພົບວ່າ: ໂອມິຄຣອນ BA.2 ນັ້ນອາດແພ່ລະບາດໄດ້ງ່າຍກວ່າສາຍພັນ BA.1 ທີ່ເປັນສາຍພັນດັ້ງເດີມ ເຊິ່ງກຳລັງລະບາດທົ່ວໂລກເຖິງ 1,5 ເທົ່າ.
ເຖິງຢ່າງໃດກໍຕາມ, ບໍ່ມີຂໍ້ມູນຫລັກຖານທີ່ບົ່ງຊີ້ວ່າ ໂອມິຄຣອນ BA.2 ນັ້ນກໍ່ໃຫ້ເກີດອາການຮຸນແຮງໄດ້ຫລາຍກວ່າ BA.1 ເຊິ່ງຈາກການວິເຄາະພົບວ່າຜູ້ຕິດເຊື້ອໂອມິຄຣອນ BA.2 ນັ້ນມີຄວາມສ່ຽງຈະມີອາການໜັກຈົນຕ້ອງເຂົ້າຮັບການປິ່ນປົວໃນໂຮງໝໍບໍ່ຕ່າງຈາກ BA.1.
“ມີຂໍ້ບົ່ງຊີ້ວ່າມັນສາມາດແພ່ເຊື້ອໄດ້ຫລາຍກວ່າ ໂດຍສະເພາະຜູ້ທີ່ຍັງບໍ່ໄດ້ສັກວັກຊີນ, ແຕ່ກໍສາມາດແພ່ເຊື້ອໄປຫາຜູ້ທີ່ສັກວັກຊີນແລ້ວໄດ້ໃນລະດັບຫລາຍຂຶ້ນ” ໄທຣາ ໂກຣບ ເຄຣົາ ຜູ້ອຳນວຍການຝ່າຍເຕັກນິກຂອງ SSI ກ່າວ.
ເຊິ່ງຖ້າຜົນວິເຄາະເປັນຄວາມຈິງ ອາດໝາຍຄວາມວ່າຈຸດສູງສຸດໃນການແພ່ລະບາດຂອງໂອມິຄຣອນ BA.2 ໃນເດນມາກນັ້ນ ອາດຂະຫຍາຍອອກໄປເຖິງຊ່ວງເດືອນກຸມພາ.
ປັດຈຸບັນ ໂອມິຄຣອນສາຍພັນ BA.1 ນັ້ນແພ່ລະບາດປະມານ 98% ຂອງຜູ້ຕິດເຊື້ອທົ່ວໂລກ, ແຕ່ໃນເດນມາກນັ້ນ ການລະບາດທີ່ເພີ່ມຂຶ້ນຢ່າງວ່ອງໄວຂອງ BA.2 ໂດຍມີຜູ້ຕິດເຊື້ອກວ່າເຄິ່ງໜຶ່ງຂອງຜູ້ຕິດເຊື້ອໃໝ່ທັງໝົດ ສົ່ງຜົນໃຫ້ມັນກາຍເປັນສາຍພັນຫລັກນັບແຕ່ຊ່ວງອາທິດທີ 2 ຂອງເດືອນມັງກອນ.
ອ້າງອີງ:

