ນິວຄາສເຊິນ ແລະ ເອຟເວີຕັນ ສົນໃຈທີ່ຈະເຊັນສັນຍາກັບ ໂທມັສ ມູລເລີ.

ຕາມການລາຍງານຂອງ SportBild ນັກເຕະຊາວເຍຍລະມັນຜູ້ມາກປະສົບການ ແມ່ນຢູ່ໃນຄວາມຕ້ອງການຂອງທັງ ນິວຄາສເຊິນ ແລະ ເອຟເວີຕັນ ໃນຂະນະທີ່ ມູລເລີ ອາຍຸ 33 ປີ ຍິງໄປແລ້ວ 9 ປະຕູ ແລະ ເຮັດໄດ້ 20 ແອັສຊິສ ໃນລະດູການນີ້ຢ່າງໜ້າຕົກໃຈ.

ໂທມັສ ມູລເລີ ຍັງເຫລືອສັນຍາພຽງແຕ່ຫນຶ່ງປີຫລັງຈາກຈົບລະດູການນີ້ ເຊິ່ງຕ້ອງລໍຖ້າເບິ່ງວ່າລາວຈະຂະຫຍາຍສັນຍາກັບ ບາເຍິນ ຫຼື ເລືອກທີ່ຈະມາ ພຣີເມຍລີກ.