ຮັກກັນຈົນແກ່ເຖົ້າ ມັນຍາກກ່ວາທີ່ຄິດ

ການໃຊ້ຊີວິດຄູ່ມັນງ່າຍ ແຕ່ການຮັກສາໃຫ້ຢູ່ນຳກັນໄປດົນໆມັນຍາກຍິ່ງກ່ວາ. ຫລາຍຄອບຄົວທີ່ໃຊ້ຊີວິດຄູ່ນຳກັນມາດົນ ຫລາຍຄົນອາດຈະເບິ່ງວ່າງ່າຍ ແຕ່ຄວາມຈິງແລ້ວມັນຍາກຫລາຍກ່ວາຕອນທີ່ຄົບກັນໃໝ່ໆ, ການໃຊ້ຊີວິດຄູ່ຈະແຕກຕ່າງກັນຫລາຍກັບຕອນທີ່ຄົບກັນທຳອິດ ເພາະບັນຫາຕ່າງໆ ແລະ ອຸປະສັກທີ່ເຂົ້າມາໃນອະນາຄົດມັນບໍ່ໄດ້ສົ່ງສັນຍານມາເຕືອນເຮົາວ່າຈະເຂົ້າມາເມື່ອໃດ. ແມ່ຍິງງາມໃຜກໍຫາໄດ້ ແຕ່ແມ່ຍິງທີ່ທົນລຳບາກມາກັບເຮົາຫາຍາກ, ເຮົາບໍ່ສາມາດຮູ້ໄດ້ເລີຍວ່າອະນາຄົດຈະເກີດຫຍັງຂຶ້ນ ເຮົາຈະຈັບມືອີກຄົນໄດ້ດົນປານໃດ ສິ່ງທີ່ເຮັດໄດ້ໃນຕອນນີ້ກໍແມ່ນໄວ້ໃຈ, ເຊື່ອໃຈ, ຊື່ກົງ, ໃຫ້ອະໄພ, ໃຫ້ໂອກາດກັນ ແລະ ກັນ, ຍອມຮັບຂໍ້ເສຍຂອງເຂົາ, ນິ້ງ ແລະ ຟັງຄົນຮັກແດ່ ຢ່າໃຊ້ແຕ່ອາລົມເປັນໃຫຍ່ກ່ວາ ເພາະເຫດຜົນໃນການຜິດຖຽງກັນນັ້ນ ບໍ່ມີຄົນແພ້ຄົນຊະນະເມື່ອເຮົາເປັນຜົວເມຍກັນ ບໍ່ແມ່ນຄູ່ແຂ່ງ, ຜົວ-ເມຍນອກໃຈ ໃຫ້ເບິ່ງຢູ່ໂຕເອງກ່ອນວ່າເຮົາຜິດຫຍັງບໍ່, ເຮົາບົກພ່ອງບ່ອນໃດ, ເຮົາຖືເບົາຫຍັງໄປຫລືບໍ່ ? ຊີວິດຄູ່ຫາກຢາກໃຫ້ຢູ່ນຳກັນຍາວໆຈົ່ງພະຍາຍາມເຮັດໃຫ້ຄືກັບມື້ທຳອິດທີ່ຮັກກັນ, ຢ່າລືມຄວາມຮູ້ສຶກຕອນຢາກຢູ່ນຳກັນ ເທົ່ານີ້ກໍພໍ.
- 3 ບັນຫາໃຫຍ່ໃນຊີວິດຄູ່ :
- ການເງິນ.
- ການນອກໃຈ.
- ການສື່ສານ.
- 3 ເພີ່ມ 3 ຫລຸດ ໃນການໃຊ້ຊີວິດຄູ່ :
- ເພີ່ມການເບິ່ງຂໍ້ດີຂອງຝ່າຍກົງຂ້າມ.
- ເພີ່ມການເອົາໃຈໃສ່ຄວາມປ່ຽນແປງໄປຂອງຝ່າຍກົງຂ້າມ.
- ເພີ່ມການເວົ້າໃນດ້ານບວກຂອງຝ່າຍກົງຂ້າມ.
- ຫລຸດການປຽບທຽບກັບຄູ່ຊີວິດຂອງຄົນອື່ນ.
- ຫລຸດການຄາດເດົາເພາະເຮັດໃຫ້ເກີດການເຂົ້າໃຈຜິດ.
- ຫລຸດການຕຳໜິ ຫລື ປ້ອຍດ່າ.
- 4 ຫລາຍ ໃນຊີວີດຄູ່ :
- ໃຫ້ອະໄພຂໍ້ເສຍຂອງອີກຝ່າຍໃຫ້ຫລາຍ.
- ຍ້ອງຍໍຊົມເຊີຍຂໍ້ເດັ່ນຈອງອີກຝ່າຍໃຫ້ຫລາຍ.
- ຄິດເຖິງຂໍ້ດີຂອງອີກຝ່າຍໃຫ້ຫລາຍ.
- ເຂົ້າໃຈຄວາມລຳບາກໃຈຂອງອີກຝ່າຍໃຫ້ຫລາຍ.
- ປະໂຫຍກທີ່ຄວນໝັ່ນເວົ້າຢູ່ສະເໝິ :
- ຂ້ອຍພູມໃຈໃນໂຕເຈົ້າ.
- ຂ້ອຍເຊື່ອໃຈເຈົ້າ.
- ຂ້ອຍຮັກເຈົ້າ.
- ຂ້ອຍຂໍໂທດ ຂ້ອຍຜິດໄປແລ້ວ.
- 3 ສິ່ງທີ່ແມ່ຍິງຢາກໄດ້ຈາກຄູ່ຊີວິດ :
- ຄວາມປອດໄພ.
- ຄວາມຮັກ ແລະ ຄວາມເອົາໃຈ.
- ຄວາມໂຣແມນຕິກ.
- 5 ສິ່ງທີ່ຜູ້ຊາຍຢາກໄດ້ຈາກຄູ່ຊີວິດ :
- ຄວາມໄວ້ໃຈ.
- ຄວາມເຫັນດີນຳ.
- ການສະໜັບສະໜູນ.
- ຄວາມເຄົາລົບ.
- ຄວາມເຂົ້າໃຈ.

