14 ວິທີຫລຸດຈາກຄວາມທຸກ ສ້າງຊີວິດໃໝ່ ຕັ້ງໂຕໄດ້ພາຍໃນ 1 ປີ

 

  1. ໃຊ້ເງິນໃຫ້ໜ້ອຍກ່ວາທີ່ຫາໄດ້ : ການໃຊ້ເງິນໜ້ອຍກ່ວາທີ່ຫາມາໄດ້ ຄິດງ່າຍໆ ຫາໄດ້ເທົ່າໃດກໍໃຊ້ໃຫ້ໜ້ອຍກ່ວານັ້ນ ເຊິ່ງສິ່ງສຳຄັນກໍແມ່ນວິໄນໃນການທ້ອນເງິນນັ້ນເອງ, ຢ່າໃຫ້ຄວາມຢາກໄດ້ຢາກມີເຂົ້າມາຄອບງຳຄວາມເປັນໂຕທ່ານ ອາດຈະໃຊ້ວິທີຍ່າງເບິ່ງໄປກ່ອນ ເພື່ອຫາລາຄາທີ່ເໝາະສົມ ແລະ ຄຸນນະພາບທີ່ດີກ່ວາ ເປັນຕົ້ນ.
  2. ເຮັດວຽກຫລາຍກ່ວາ 1 ວຽກ : ຄົນທີ່ດຸໝັ່ນເຮັດວຽກຫລາຍກ່ວາ 1 ຢ່າງ ກໍຈະມີລາຍໄດ້ເຖິງ 2 ທາງ ເດືອນໜຶ່ງທ່ານໄດ້ເງິນຫລາຍກ່ວາເຮັດວຽກປະຈຳບ່ອນດຽວ, ສະນັ້ນແລ້ວ ລອງຕັ້ງໃຈເຮັດວຽກ ແລະ ດຸໝັ່ນໃຫ້ຫລາຍກ່ວາເກົ່າ ໂດຍການຫາອາຊີບເສີມທີ່ພໍຈະເຮັດໄດ້ ເຊື່ອວ່າເຮັດຫລາຍໄດ້ຫລາຍ ເຮັດໜ້ອຍໄດ້ໜ້ອຍ ແລະ ປະໂຫຍກນີ້ກໍໃຊ້ໄດ້ກັບທຸກຄົນ.
  3. ຮູ້ຈັກປະຕິເສດ : ການປະຕິເສດບໍ່ເຮັດໃຫ້ຄົນຕາຍໄດ້ດອກ ໂດຍສະເພາະປະຕິເສດເລື່ອງການເສຍເງິນໄປກັບເລື່ອງທີ່ໄຮ້ປະໂຫຍດ ເຊັ່ນ : ເຊົາໄປງານລ້ຽງສັງສັນ, ເຊົາຈັດງານປາຕີ້, ເຊົາໄປເລາະຫ້າງຊື້ເຄື່ອງ ເປັນຕົ້ນ ທັງຍັງຊ່ວຍໃຫ້ທ່ານປະຢັດເງິນ ແລະ ມີເງິນເຫລືອທ້ອນນຳອີກ ຮັບຮອງວ່າພາຍໃນປີນີ້ທ່ານຕ້ອງມີເງິນທ້ອນຫລາຍແນ່ນອນ.
  4. ຕັ້ງເປົ້າໝາຍ : ກ່ອນຈະລົງມືເຮັດຫຍັງກໍຕາມ ຕ້ອງຕັ້ງເປົ້າໝາຍໃຫ້ຈະແຈ້ງ ເພາະຖ້າບໍ່ມີເປົ້າໝາຍກໍບໍ່ສາມາດວາງແຜນການຍ່າງຕໍ່ໄປຂ້າງໜ້າໄດ້. ສະນັ້ນ ຄົນທີ່ຮັ່ງມີບໍ່ໄດ້ເກີດຂຶ້ນຍ້ອນຄວາມບັງເອີນ, ແຕ່ມາຈາກການທີ່ຄົນເຫລົ່ານັ້ນມີເປົ້າໝາຍທີ່ຈະແຈ້ງ ແລະ ສາມາດວັດແທກຜົນໄດ້. ໂຕຢ່າງເຊັ່ນ : “ຂ້ອຍຈະຕ້ອງມີເງິນ 10 ລ້ານກີບພາຍໃນ 1 ປີ” ໂດຍການສ້າງລາຍໄດ້ຈາກທຸລະກິດທີ່ທ່ານກຳລັງເຮັດຢູ່ ຫລື ກຳລັງຈະເຮັດກໍໄດ້ ລວມໄປເຖິງທ່ານຕ້ອງປະກາດໃຫ້ຕົນເອງຮັບຮູ້ ແລະ ໝັ່ນເຕືອນດ້ວຍຄຳປະກາດຂອງທ່ານ ເພື່ອເຕືອນຕົນເອງໃຫ້ເຖິງເປົ້າໝາຍເປັນປະຈຳ.
  5. ທ້າທາຍຄວາມສ່ຽງ : ຄົນທຸກທີ່ຢາກຈະຮັ່ງມີສ່ວນຫລາຍຈະກ້າເຮັດຫຍັງທີ່ບໍ່ຄືກັບຄົນອື່ນໆ ຈົນບາງເທື່ອເບິ່ງຄືຄົນບ້າ ແລະ ຄວາມກ້ານັ້ນ ຄວາມຈິງແລ້ວຖ້າເກີດຈາກຄວາມເຂົ້າໃຈຢ່າງລະອຽດຖີ່ຖ້ວນ ທ່ານກໍຈະເຂົ້າໃຈຄວາມສ່ຽງ ຈຶ່ງເຮັດໃຫ້ເບິ່ງເຫັນພາບທີ່ຈະແຈ້ງຂຶ້ນ ບໍ່ວ່າຈະເປັນເລື່ອງການລົງທຶນ, ຕົ້ນທຶນ ແລະ ຄວາມຜິດພາດທີ່ອາດຈະເກີດຂຶ້ນ ຖ້າຄວາມຢູ່ໃນລະດັບທີ່ຍອມຮັບໄດ້ ກໍລົງມືເຮັດເພື່ອຜົນຕອບແທນທີ່ດີໃນອະນາຄົດ.
  6. ສ້າງຄວາມເຊື່ອໝັ້ນ : ຄົນເຮົາຖ້າບໍ່ມີຄວາມເຊື່ອໝັ້ນ ຊີວິດກໍບໍ່ມີປະໂຫຍດ. ດັ່ງນັ້ນ ໃຜທີ່ເມື່ອຍກັບວຽກທໍ້ແທ້ກັບງານ ລອງສ້າງຄວາມເຊື່ອໝັ້ນໃຫ້ກັບຕົນເອງເບິ່ງ ວ່າເດືອນໜ້າເງິນເດືອນຕ້ອງຂຶ້ນ, ປີໃໝ່ໂບນັດຕ້ອງຕົກເປັນຂອງເຮົາ ເພາະເຮົາເຮັດວຽກໄດ້ດີປານນີ້ ສະນັ້ນແລ້ວຄວາມເຊື່ອຈະເກີດຂຶ້ນໄດ້ກໍຕໍ່ເມື່ອເຮັດໂຕເອງໃຫ້ດີຂຶ້ນນຳ.
  7. ລົງທຶນໃນອະສັງຫາລິມະຊັບ : ການລົງທຶນກັບອະສັງຫາລິມະຊັບນັ້ນເປັນອີກຫົນທາງໜຶ່ງທີ່ຈະສ້າງຄວາມຮັ່ງມີໄດ້, ແຕ່ກ່ວາຈະຮັ່ງມີໄດ້ນັ້ນຕ້ອງມີຄວາມພະຍາຍາມ ແລະ ຄວາມອົດທົນສູງຄືກັນ ດັ່ງທີ່ຮູ້ໆກັນວ່າອະສັງຫາລິມະຊັບເຮັດໃຫ້ຮັ່ງມີໄວ, ແຕ່ກໍມີຄວາມສ່ຽງຫລາຍຄືກັນທີ່ຈະເຮັດໃຫ້ທ່ານໝົດໂຕໄດ້. ດັ່ງນັ້ນ ກ່ອນລົງທຶນອະສັງຫາລິມະຊັບຕ້ອງວາງແຜນປຶກສາຜູ້ຊ່ຽວຊານ, ຫາເພື່ອນຮ່ວມຄິດ ຈະໄດ້ເອົາຊະນະຄວາມທຸກໃຫ້ໄດ້.
  8. ບໍ່ທໍ້ຖອຍ : ບໍ່ມີໃຜທີ່ບໍ່ທໍ້ຖອຍຕໍ່ອຸປະສັກ ດັ່ງນັ້ນ ໃຫ້ເອົາຄວາມຜິດພາດມາເປັນບົດຮຽນ ແລະ ບໍ່ມີໃຜທີ່ປະສົບຄວາມສຳເລັດໄດ້ໂດຍທີ່ບໍ່ເຄີຍເຮັດຫຍັງຜິດພາດມາກ່ອນ,​ ແຕ່ຄົນຈະເປັນເສດຖີສ່ວນຫລາຍຕ້ອງຖາມຕົນເອງເມື່ອມີສິ່ງທີ່ຜິດພາດເກີດຂຶ້ນ ຄື ເຮົາໄດ້ຮຽນຮູ້ຫຍັງຈາກຄວາມຜິດພາດນີ້ແດ່ ? ເມື່ອໄດ້ຄຳຕອບແລ້ວ ໄດ້ບົດຮຽນແລ້ວ ກໍຢ່າເຮັດພາດຊຳ້ອີກ ພ້ອມມຸ່ງໜ້າໄປຫາເປົ້າໝາຍຕໍ່ໄປ ຢ່າໄປສົນໃຈອະດີດເລີຍ.
  9. ຕອບຮັບທຸກວຽກ : ທຸກວຽກໃນໂລກນີ້ຊ່ວຍໃຫ້ທ່ານພິສູດຕົນເອງໄດ້ ຖ້າຫາກທ່ານກ້າທີ່ຈະຕອບຮັບສິ່ງໃໝ່ໆໃຫ້ກັບຊີວິດ ແລະ ມັນຈະຕາມມາດ້ວຍຜົນຕອບແທນອັນມະຫາສານ.
  10. ເຮັດທຸລະກິດສ່ວນໂຕ : ຄິດຈະເຮັດກິດຈະການສ່ວນໂຕ ຕ້ອງເຮັດໃຫ້ປະສົບຄວາມສຳເລັດນຳ ໂດຍຕ້ອງເຮັດຢ່າງຈິງຈັງ ເຮັດດ້ວຍຄວາມຮັກ, ຈັດການໃຫ້ຈິງຈັງ, ວາງແຜນຢ່າງຕັ້ງໃຈ, ບໍລິຫານການເງິນໃຫ້ຄ່ອງ, ຢ່າຖືເບົາເລື່ອງຍີ່ຫໍ້ຂອງຕົນເອງ ແລະ ອີກຫລວງຫລາຍ, ແຕ່ສິ່ງສຳຄັນຄື ຕ້ອງພະຍາຍາມເຮັດໃຫ້ປະສົບຄວາມສຳເລັດເພື່ອແຫກຄຸກຄວາມທຸກຍາກໃຫ້ໄດ້.
  11. ແບ່ງເງິນໃຊ້ : ໃຜທີ່ປະກອບອາຊີບແລ້ວສ້າງລາຍໄດ້ໃຫ້ຕົນເອງສະໝໍ່າສະເໝີ, ແຕ່ກໍບໍ່ຮັ່ງມີຂຶ້ນຈັກເທື່ອ ໃຫ້ລອງແບ່ງທ້ອນແບ່ງໃຊ້ເບິ່ງ ດີກ່ວາບໍ່ ຍົກໂຕຢ່າງເຊັ່ນ : ຫາເງິນໄດ້ມື້ລະ 200,000 ກີບ ຫັກໄວ້ທ້ອນ 100,000 ກີບ ອີກ 100,000 ໃຊ້ໄປກັບການກິນເຂົ້າ ແລະ ການເດີນທາງໄປເຮັດວຽກ ພຽງເທົ່ານີ້ທ່ານກໍຈະມີເງິນທ້ອນໄວ້ໃຊ້ໃນອະນາຄົດແລ້ວ.
  12. ຮັ່ງມີດ້ວຍອິນເຕີເນັດ : ອິນເຕີເນັດຊ່ວຍສ້າງເມັດເງິນເຂົ້າກະເປົ໋າໄດ້ ແຕ່ຕ້ອງມີຫຍັງບາງຢ່າງທີ່ຄິດວ່າໂດດເດັ່ນເໜືອຄົນອື່ນ ແລ້ວເອົາອອກມາແບ່ງປັນ ເຮັດວີດີໂອ ອັບໂຫລດໃນຢູທູບເພື່ອສ້າງຍອດວິວ ຫລື ຈະສ້າງໂຕເອງຈາກ Social Network ຢ່າງ​ອື່ນ​ກໍ​ໄດ້ ເຊັ່ນ : Facebook, Line, Instragram ເປັນ​ຕົ້ນ.
  13. ລົງ​ທຶນ​ໃນ​ຫຸ້ນ : ການ​ລົງ​ທຶນ​ໃນ​ຫຸ້ນ​ທີ່​ດີ​ຕ້ອງ​ມີ​ປັນ​ຜົນ ເພື່ອ​ສ້າງ​ອິດ​ສະ​ຫລະ​ພາບ​ທາ​ງ​ການ​ເງິນ​ໃນ​ອະ​ນາ​ຄົດ, ແຕ່​ສິ່ງ​ໜຶ່ງ​ທີ່​ຄວ​ນ​ມີ​ກ່ອນ​ທີ່​ຈະ​ລົງ​ທຶນຫຸ້ນ ນັ້ນ​ກໍ​ຄື ຄວາມ​ຮູ້ ແລ​ະ ຄວາມ​ເຂົ້າ​ໃຈ​ໃນ​ການ​ລົງ​ທຶນ ບໍ່​ດັ່ງ​ນັ້ນ​ທ່ານ​ອາດ​ຈະ​ສູນ​ເງິ​ນ​ໄປ​ໝົດ​ໂຕ​ໂດຍ​ທີ່ບໍ່​ໄດ້​ຄືນ​ເລີຍ.
  14. ຂາຍ​ໄດ້​ຂາຍ​ໄປ : ເຊື່ອ​ວ່າ​ເກືອບ​ທຸກ​ເຮືອນ ມັກ​ຊື້​ເຄື່ອງ​ໃຊ້​ຂອງ​ສອຍ​ກະ​ຈຸກ​ກະ​ຈິກ ບໍ່​ວ່າ​ຈະ​ແມ່ນ​ກະ​ເປົ໋າ, ເຄື່ອງ​ນຸ່ງ, ເກີບ, ໂມງ ເປັນ​ຕົ້ນ ເຊິ່ງ​ສິ່ງ​ຂອງ​ເຫລົ່າ​ນີ້​ເມື່ອ​ເບື່ອ​ແລ້ວ​ສາ​ມາດ​ເອົາ​ມາ​ສ້າງ​ເງິນ​ໄດ້ ໂດຍ​ການ​ຂາຍ​ຕໍ່​ເປັນ​ສິນ​ຄ້າ​ມື 2 ທ່ານ​ກໍ​ຈະ​ໄດ້​ເງິນ​ມາ​ໃຊ້​ແລ້ວ.