ມາດຕະການໃໝ່ ພຣີເມຍລີກ ທີມຈະເລື່ອນແຂ່ງໄດ້ ຕ້ອງຕິດໂຄວິດເຖິງ 4 ຄົນ.

ວັນທີ 27 ມັງກອນ 2022 ພຣີເມຍລີກ ອັງກິດ ປະກາດມາດຕະການໃໝ່ ທີມໃດຈະເລື່ອນການແຂ່ງຂັນ ຕ້ອງມີຜູ້ຫລິ້ນຕິດເຊື້ອ ໂຄວິດ-19 ຢ່າງໜ້ອຍ 4 ຄົນ.

ກ່ອນ​ໜ້າ​ນີ້​ໄດ້​ມີ​ກະແສວິຈານຢ່າງ​ໜັກ​ກ່ຽວ​ກັບ​ການ​ຂໍ​ເລື່ອນ​ການ​ແຂ່ງ​ຂັນ​ຫລາຍ​ຄັ້ງ ໂດຍ​ນຳ​ເອົາ​ການ​ແຜ່​ລະ​ບາດ​ຂອງ​ໄວ​ຣັ​ສ ໂຄວິດ-19 ມາໃຊ້ເປັນຂໍ້ອ້າງ ວ່າບໍ່ມີຜູ້ຫລີ້ນພຽງພໍທີ່ຈະລົງສະຫນາມ ທີ່ຈິງແລ້ວອາດຈະບໍ່ມີຜູ້ຫລິ້ນຕິດເຊື້ອໂຄວິດຫລາຍຂະໜາດນັ້ນ, ມາ​ຮອດ​ປະຈຸ​ບັນມີການເລືອນເກມໄປແລ້ວ 22 ນັດ.

ດ້ວຍເຫດນີ້ ພຣີເມຍລີກຈຶ່ງຕ້ອງຮຽກປະຊຸມທັງ 20 ສະໂມສອນ ເພື່ອຫາຂໍ້ຕົກລົງກັນຢ່າງຈະແຈ້ງກ່ຽວກັບເງື່ອນໄຂໃນການເລື່ອນເວລາແຂ່ງຂັນ ແລະ ມີການສະຫລຸບອອກມາວ່າ ສະໂມສອນໃດຈະຂໍເລື່ອນເວລາ ຕ້ອງມີຜູ້ຫລິ້ນນຢ່າງໜ້ອຍ 4 ຄົນໃນທີມທີ່ໄດ້ກວດພົບເຊື້ອ ໂຄວິດ-19 ຈຶ່ງຈະຂໍເລື່ອນການແຂ່ງຂັນອອກໄປໄດ້ ແຕ່ມັນຂຶ້ນກັບປັດໃຈຕ່າງໆ ທີ່ອາດຈະຖືກພິຈາລະນາເປັນກໍລະນີໄປ.