ເຈົ້າຄອງນະຄອນຫລວງ ສັ່ງຫ້າມຜະລິດ, ນຳເຂົ້າ-ຂົນສົ່ງ, ຊື້-ຂາຍ ມີໄວ້ໃນຄອບຄອງ, ຈູດໝາກກະໂພກ, ບັ້ງໄຟດອກ ແລະ ໂຄມໄຟລອຍຟ້າ ຖ້າລະເມີດຈະຖືກປັບໃໝ 500.000-5.000.000 ກີບ ພ້ອມດຳເນີນຄະດີ

ເພື່ອຮັກສາຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມນະຄອນຫລວງວຽງຈັນ, ເຈົ້າຄອງນະຄອນຫລວງວຽງຈັນ ອອກຄໍາສັ່ງສະບັບເລກທີ 01/ຈນວ ລົງວັນທີ 27 ມັງກອນ 2022 ວ່າດ້ວຍການຫ້າມຜະລິດ, ນຳເຂົ້າ, ຂົນສົ່ງ, ຊື້-ຂາຍ ມີໄວ້ໃນຄອບຄອງ, ຈູດໝາກກະໂພກ, ບັ້ງໄຟດອກ ແລະ ໂຄມໄຟລອຍຟ້າ ໂດຍເນື້ອໃນລະອຽດມີດັ່ງນີ້:
- ຫ້າມຜະລິດ, ນໍາເຂົ້າ, ຂົນສົ່ງ, ຊື້-ຂາຍ, ມີໄວ້ໃນຄອບຄອງ, ຈູດໝາກກະໂພກ, ບັ້ງໄຟດອກ ແລະ ໂຄມໄຟລອຍຟ້າ ໂດຍບໍ່ໄດ້ຮັບອະນຸຍາດຈາກກອງບັນຊາການ ປກຊ-ປກສ ນະຄອນຫລວງວຽງຈັນ ຢ່າງເດັດຂາດ, ຖ້າບຸກຄົນ, ນິຕິບຸກຄົນ ຫລື ອົງການຈັດຕັ້ງໃດລະເມີດ ໃຫ້ເຈົ້າໜ້າທີ່ປກຊ-ປກສ, ພາສີ, ການ ຄ້າແຕ່ລະຂັ້ນຢືດ, ປັບໃໝ, ດໍາເນີນຄະດີຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ ຊຶ່ງ ອັດຕາປັບໃໝ ມີດັ່ງນີ້:

– ໝາກກະໂພກ ຫລື ບັ້ງໄຟດອກ ຫລື ໂຄມໄຟລອຍຟ້າ 1 ກິໂລກຣາມ ລົງມາປັບໃໝ 500.000 ກີບ.
– ໝາກກະໂພກ ຫລື ບັ້ງໄຟດອກ ຫລື ໂຄມໄຟລອຍຟ້າ 1 ກິໂລກຣາມຂຶ້ນໄປ ປັບໃໝກິໂລກຣາມລະ 500.000 ກີບ.
– ຜູ້ທີ່ຈູດ ຈະຖືກປັບໃໝ ແຕ່ 500.000 ກີບ-5.000.000 ກີບ.
- ໃຫ້ເຈົ້າໜ້າທີ່ການຄ້າ, ພາສີ, ກໍາລັງ ປກຊ-ປກສ, ເມືອງ, ປກສ ແລະ ກອງຫລອນບ້ານເປັນເຈົ້າການຕິດຕາມສືບຮູ້, ກໍາເບາະແສ, ເປົ້າໝາຍ, ດໍາເນີນການກວດກາ ແລະ ຊອກຄົ້ນຫາ, ຖ້າພົບເຫັນ ໃຫ້ດໍາເນີນມາດຕະການຕາມຂໍ້ 1 ຂອງຄໍາສັ່ງສະບັບນີ້ຢ່າງເຂັ້ມງວດ.
- ຄໍາສັ່ງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ ແລະ ລາຍງານສະພາບການຕ່າງໆທີ່ເກີດຂຶ້ນຢ່າງທັນການ.

